ທູຕານຸທູດຕ່າງປະເທດປະຈຳຈີນ 40 ກວ່າທ່ານກ່າວພາຍຫຼັງຢ້ຽມຢາມນະຄອນຊຽງໄຮ້ຂອງຈີນວ່າ: “ຄວາມສາມາດດ້ານການປະດິດສ້າງຂອງຈີນໜ້າຕື່ນຕາຕື່ນໃຈ”

2024-06-16 16:51:02 cri

      ຈາກເຮືອບິນໃຫຍ່ທີ່ຜະລິດໂດຍຈີນຮອດກຳປັ່ນຂົນສົ່ງອາຍແກັສທຳມະຊາດທາດແຫຼວ(LNG)ຂະໜາດໃຫຍ່,ຈາກຫຸ່ນຍົນອັດສະລິຍະຮອດ “ຕົວຢ່າງປອດກາກບອນດີອອກຊິດ”,ຈາກການພັດທະນາຂອງຕົວເມືອງຮອດວັດທະນະທຳຂອງຈີນແລະອື່ນໆ ທູຕານຸທູດຕ່າງປະເທດປະຈຳຈີນ 40 ກວ່າທ່ານໄດ້ກ່າວດ້ວຍຄວາມຈິງໃຈພາຍຫຼັງໄດ້ຢ້ຽມຢາມນະຄອນຊຽງໄຮ້ຂອງຈີນວ່າ: ການເປີດປະຕູ,ຄວາມໂອບເອື້ອອາລີແລະການພັດທະນາທີ່ມີຄຸນນະພາບສູງຂອງນະຄອນຊຽງໄຮ້ຈີນປະຈັກຕາຊາວໂລກ,ຄວາມສາມາດດ້ານການປະດິດສ້າງຂອງຈີນໜ້າຕື່ນຕາຕື່ນໃຈ.

      ວັນທີ 12 ຫາ 15 ມິຖຸນານີ້, ໂດຍຕອບສະໜອງຕາມການເຊື້ອເຊີນຂອງກິດຈະກຳພາຍໃຕ້ຫົວຂໍ້ “ຮ່ວມມືກັບລັດວິສາຫະກິດຈີນ,ສົນທະນາກັນກັບທົ່ວໂລກ”ທີ່ຈັດຂຶ້ນໂດຍກະຊວງການຕ່າງປະເທດຈີນ, ທູຕານຸທູດ 28 ປະເທດເຊິ່ງລວມທັງເອກອັກຄະລັດຖະທູດປະຈຳຈີນ 10 ກວ່າທ່ານ, ກົງສຸນໃຫຍ່ຂອງສະຖານກົງສຸນຕ່າງປະເທດປະຈຳຈີນ 8 ທ່ານ ແລະເຈົ້າໜ້າທີ່ທາງການທູດລະດັບສູງທ່ານອື່ນໆໄດ້ໄປທັດສະນະສຶກສາແລະຢ້ຽມຢາມນະຄອນຊຽງໄຮ້, ພວກທ່ານຄອງຄອຍລົງເລິກການຮ່ວມມືໃນຂົງເຂດຕ່າງໆກັບຕົວເມືອງຕ່າງໆຂອງຈີນເຊັ່ງລວມທັງນະຄອນຊຽງໄຮ້.