ວາລະສານ “ຊິວຊື້” (ຫາສັດຈະ)ພິມບົດຄວາມສຳຄັນຂອງທ່ານສີຈິ້ນຜິງທີ່ພາດຫົວເລື່ອງວ່າ “ເປີດສະພາບໃໝ່ແຫ່ງການພັດທະນາທີ່ມີຄຸນນະພາບສູງຂອງຈີນ”

2024-06-16 16:34:46 CRI

    ວາລະສານ “ຊິວຊື້” (ຫາສັດຈະ) ສະບັບທີ 12 ໃນປີ 2024ທີ່ພິມຈຳໜ່າຍໃນວັນທີ 16 ມິຖຸນານີ້ຈະພິມບົດຄວາມສຳຄັນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນທີ່ພາດຫົວເລື່ອງວ່າ “ເປີດສະພາບໃໝ່ແຫ່ງການພັດທະນາທີ່ມີຄຸນນະພາບສູງຂອງຈີນ”.


    ບົດຄວາມຊີ້ອອກວ່າ: ເສດຖະກິດຈີນໄດ້ຈາກໄລຍະການເຕີບໂຕຢ່າງວ່ອງໄວຫັນເຂົ້າໄປສູ່ໄລຍະການພັດທະນາທີ່ມີຄຸນນະພາບສູງ. ພວກເຮົາຈະຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຢ່າງໝັ້ນໜຽວບໍ່ປ່ຽນແປງ, ເລັ່ງລັດການສ້າງລະບົບເສດຖະກິດທີ່ທັນສະໄໝ, ເລັ່ງລັດສ້າງວິທະຍາສາດເຕັກໂນໂລຊີລະດັບສູງໃຫ້ເພິ່ງຕົນເອງກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເລັ່ງລັດການສ້າງສະພາບການພັດທະນາອັນໃໝ່, ເລັ່ງລັດການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ໂດຍອີງຕາມທ່າແຮງທ້ອງຖິ່ນທີ່ຕ່າງກັນ, ຈັດວາງການຊຸກຍູ້ການປະຕິຮູບຢ່າງເລິກເຊິ່ງ ແລະ ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເປັນເອກະພາບກັນ, ເພິ່ມກຳລັງແຮງຢ່າງຕໍ່ເນື່ອງເຂົ້າໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ ແລະ ການຊຸກຍູ້ຄວາມທັນສະໄໝແບບຈີນ.