ທ່ານສີຈິ້ນຜິງສົ່ງສານໄປຍັງທ່ານຣາມາໂຟຊາເພື່ອຊົມເຊີຍທ່ານໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອາຟຣິກາໃຕ້ອີກສະໄໝໜຶ່ງ

2024-06-16 11:59:29 CRI



     ວັນທີ 14 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານຊີຣິວ ຣາມາໂຟຊາ, ເພື່ອຊົມເຊີຍທ່ານໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດອາຣິກາໃຕ້ອີກສະໄໝໜຶ່ງ.


     ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຈີນກັບອາຣິກາໃຕ້ມີຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງຢ່າງເລິກເຊິ່ງໜາແໜ້ນ, ການຮ່ວມມືຢ່າງຕິດແທດຕົວຈິງໃນຂົງເຂດຕ່າງໆໄດ້ຮັບໝາກຜົນຢ່າງອຸດົມສົມບູນ, ເປັນແບບຢ່າງທີ່ດີແຫ່ງຄວາມສາມັກຄີ ແລະການປະສານງານລະຫວ່າງປະເທດພວມພັດທະນາທົ່ວໂລກ. ຂ້າພະເຈົ້າໃຫ້ຄວາມສຳຄັນສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ອາຣິກາໃຕ້, ຍິນດີທຳຄວາມພະຍາຍາມຮ່ວມກັບທ່ານປະທານາທິບໍດີຣາມາໂຟຊາ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຮ່ວມກັນເຂົ້າໃນສັນຕິພາບ ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.