ໄທຈະໃຊ້ນະໂຍບາຍໃໝ່ ເພື່ອອອກແຮງສຸດຂີດສ້າງລາຍຮັບດ້ານການທ່ອງທ່ຽວທີ່ມີມູນຄ່າເຖິງ 3,500 ຕື້ບາດໃນໝົດປີ 2024

2024-06-16 16:54:36 cri

      ຕາມສື່ມວນຊົນໄທ“pptv online” ລາຍງານໃນວັນທີ 15 ມິຖຸນານີ້ວ່າ: ໃນມື້ດັ່ງກ່າວ,ຢູ່ນະຄອນຫຼວງບາງກອກ, ທ່ານ ເສີມສັກ ພົງພານິດ ລັດຖະມົນຕີກະຊວງການທ່ອງທ່ຽວແລະກິລາຂອງໄທໄດ້ແຈ້ງສະພາບນະໂຍບາຍ “ການອອກເດີນທາງດ້ວຍຄວາມປອດໄພ,ການທ່ອງທ່ຽວທຸກລະດູການ,ຊຸກຍູ້ການພັດທະນາການທ່ອງທ່ຽວ”ທີ່ກະຊວງຕົນວາງອອກ.

      ທ່ານ ເສີມສັກ ພົງພານິດ ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ໄດ້ມີນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 15 ລ້ານເທື່ອຄົນມາທ່ຽວໄທ ເຊິ່ງໄດ້ສ້າງລາຍຮັບດ້ານການທ່ອງທ່ຽວລວມທັງໝົດຫຼາຍກວ່າ 1,100 ຕື້ບາດ (ປະມານ 220 ຕື້ຢວນ). ຕໍ່ໄປຂ້າງໜ້າ, ໄທຈະດຶງດູດນັກທ່ອງທ່ຽວຕ່າງປະເທດອີກ 21.7 ລ້ານເທື່ອຄົນ,ເພື່ອອອກແຮງສຸດຂີດສ້າງລາຍຮັບດ້ານການທ່ອງທ່ຽວລວມທັງໝົດເຖິງ 3,500 ຕື້ບາດ(ປະມານ 700 ຕື້ຢວນ)ໃນໝົດປີ 2024 ນີ້.