“ໜັງສືພິມອາຊາຮີຊິມບູນ” ຂອງຍີ່ປຸ່ນສະບັບວັນທີ 17 ມິຖຸນານລາຍງານວ່າ:“ໜັງສືພິມອາຊາຮີຊິມບູນ” ໄດ້ດຳເນີນການສຳຫຼວດຄວາມຄິດເຫັນໂດຍຜ່ານໂທລະສັບຢູ່ທົ່ວຍີ່ປຸ່ນລະຫວ່າງວັນທີ 15 ຫາ 16 ມິຖຸນານີ້ ໂດຍຜົນການສຳຫຼວດສະແດງໃຫ້ເຫັນວ່າ: ເມື່ອທຽບກັບເດືອນແລ້ວນີ້, ອັດຕາການສະໜັບສະໜູນພັກເສລີປະຊາທິປະໄຕໄດ້ຫຼຸດລົງ 5% ຈົນເຖິງ19%, ກາຍເປັນອັດຕາການສະໜັບສະໜູນຕ່ຳທີ່ສຸດນັບແຕ່ຄະນະລັດຖະບານຍີ່ປຸ່່ນພາຍໃຕ້ການນຳຂອງທ່ານຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີ ເຂົ້າມາບໍລິຫານປະເທດຂຶ້ນເປັນຕົ້ນມາ.

ນີ້ແມ່ນໜັງສືພິມດັ່ງກ່າວເລີ່ມດຳເນີນການສຳຫຼວດຄວາມຄິດເຫັນໂດຍຜ່ານໂທລະສັບແບບສຸ່ມເລືອກນັບແຕ່ເດືອນເມສາປີ 2001 ເປັນຕົ້ນມາ, ອັດຕາການສະໜັນສະໜູນພັກເສລີປະຊາທິປະໄຕ ໃນຖານະເປັນພັກກຳອຳນາດຫຼຸດລົງຕ່ຳກວ່າ 20% ເປັນເທື່ອທຳອິດ.