ຊ່ອງທາງຂ້າມທະເລເຊິ່ນເຈິ້ນ-ຈົ່ງຊ່ານຂອງຈີນຜ່ານການກວດກາມອບ-ຮັບແລ້ວ

2024-06-17 17:48:04 cri

    ວັນທີ 16 ມິຖຸນານີ້, ຊ່ອງທາງຂ້າມທະເລເຊິ່ນເຈິ້ນ-ຈົ່ງຊ່ານ ເຊິ່ງເປັນໂຄງການຊຸບເປີຂອງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກ໋າວຂອງຈີນ ໄດ້ຜ່ານການກວດກາມອບ-ຮັບ ແລະ ຈະເປີດບໍລິການໃນໄວໆນີ້.

    ຊ່ອງທາງຂ້າມທະເລເຊິ່ນເຈິ້ນ-ຈົ່ງຊ່ານແມ່ນໂຄງການໃຫຍ່ ແລະ ສຳຄັນແຫ່ງຊາດຈີນ, ລວມມີຂົວ, ເກາະ, ອຸມົງ ແລະ ລອດທະເລ, ຄວາມຍາວທັງໝົດປະມານ 24 ກິໂລແມັດ, ເຊິ່ງເປັນໜຶ່ງໃນໂຄງການຂ້າມທະເລທີ່ມີລະດັບຄວາມຫຍຸ້ງຍາກດ້ານການກໍ່ສ້າງໂດຍລວມຫຼາຍທີ່ສຸດຢູ່ໃນໂລກປັດຈຸບັນນີ້. ພາຍຫຼັງເປີດບໍລິການແລ້ວ, ການຂັບລົດໄປມາລະຫວ່າງນະຄອນເຊິ່ນເຈິ້ນກັບນະຄອນຈົ່ງຊານຈະຫຼຸດລົງຈາກ 2 ຊົ່ວໂມງເຫຼືອພຽງ 30 ນາທີເທົ່ານັ້ນ.