ນາຍົກສເກົາຫຼີ: ນະໂຍບາຍຮັບນັກສຶກສາໃໝ່ເພີ່ມຂຶ້ນລຶບລ້າງຍາກ, ຂໍໃຫ້ແພດໝໍຍົກເລີກແຜນການຢຸດການປິ່ນປົວຄົນເຈັບ

2024-06-17 15:03:15 cri


   ວັນທີ 16 ມິຖຸນານີ້, ທ່ານ ຮັນດຸກຊູ ນາຍົກລັດຖະມົນຕີສເກົາຫຼີກ່າວວ່າ: ບັນດາແພດໝໍຢຸດການປິ່ນປົວຄົນເຈັບ ບໍ່ພຽງແຕ່ຈະເຮັດໃຫ້ທົ່ວສັງຄົມໄດ້ຮັບຄວາມເດືອດຮ້ອນເທົ່ານັ້ນ, ຍັງຈະທຳລາຍຄວາມໄວ້ເນື້ອເຊື່ອໃຈລະຫວ່າງແພດໝໍກັບຄົນເຈັບທີ່ມີມາເປັນເວລາຫຼາຍສິບປີຕື່ມອີກ. ເປັນການຍາກຫຼາຍທີ່ລັດຖະບານຈະຮັບຮອງເຈຕະນາລຶບລ້າງນະໂຍບາຍກ່ຽວກັບສະຖາບັນການແພດຮັບນັກສຶກສາໃໝ່ເພີ່ມຂຶ້ນ.

   ທ່ານ ຮັນດຸກຊູ ຊີ້ອອກວ່າ: ລັດຖະບານໄດ້ສະໜອງຜົນປະໂຫຍດທີ່ອາຊີບອື່ນບໍ່ມີນັ້ນໃຫ້ແພດໝໍທີ່ປິ່ນປົວຄົນເຈັບຕາມກົດໝາຍ, ແຕ່ເພື່ອປ້ອງກັນສິດຢູ່ລອດຂອງພົນລະເມືອງ, ຈຳເປັນຕ້ອງຈຳກັດເສລີພາບສ່ວນໜຶ່ງຕໍ່ອາຊີບແພດໝໍ ໂດຍບໍ່ສາມາດໃຫ້ພະນັກງານປິ່ນປົວມີເສລີພາບບໍ່ມີຂີດຈຳກັດ.

   ຕາມຂ່າວແຈ້ງວ່າ: ນັບແຕ່ເດືອນກຸມພາປີ 2024 ນີ້ເປັນຕົ້ນມາ, ຍ້ອນຄວາມບໍ່ພໍໃຈຕໍ່ລັດຖະບານສເກົາຫຼີທີ່ປະກາດໃຊ້ມາດຕະການປະຕິຮູບການແພດ ເຊັ່ນ: ໃຫ້ສະຖາບັນການແພດຮັບນັກສຶກສາໃໝ່ເພີ່ມຂຶ້ນ ແລະອື່ນໆ, ບັນດາແພດໝໍໜຸ່ມຂອງສເກົາຫຼີຈຶ່ງຢຸດງານປະທ້ວງ, ຍຶດໝັ້ນຮຽກຮ້ອງໃຫ້ລັດຖະບານຍົກເລີກນະໂຍບາຍດັ່ງກ່າວ.