ກຳປ່ັນເສນາຮັກ “ເຮືອສັນຕິພາບ”ຂອງກອງທັບເຮືອຈີນເດີນທາງໄປປະຕິບັດໜ້າທີ່ “ພາລະກຳກົມກຽວ-2024”

2024-06-17 14:13:43 CRI

    ຕອນເຊົ້າວັນທີ 16 ມິຖຸນານີ້, ກຳປັ່ນເສນາຮັກ “ເຮືອສັນຕິພາບ”ຂອງກອງທັບເຮືອຈີນໄດ້ເດີນທາງໄປເລີ່ມປະຕິບັດໜ້າທີ່ “ພາລະກຳກົມກຽວ-2024”.



    ກຳປັ່ນເສນາຮັກທີ່ປະຕິບັດໜ້າເທື່ອນີ້ຈະເດີນທາງໄປ 13ປະເທດ ເຊັ່ນ: ຕັງຊານີ , ມາດາກາສະກາ ແລະ ປະເທດອື່ນໆ ເພື່ອສະໜອງການບໍລິການດ້ານການແພດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທ້ອງຖິ່ນ, ບຸກຄົນຈາກອົງການຈີນ ແລະ ຊາວຈີນຕ່າງດ້າວພ້ອມທັງຈະຢ້ຽມຢາມຝຣັ່ງ ແລະ ເກຣັກ.

 

     ກຳປັ່ນໂຮງໝໍລຳນີ້ຈັດເປັນ 22 ພະແນກ, ສາມາດດຳເນີນການກວດກາ ການປິ່ນປົວ ແລະ ການຜ່າຕັດ 60 ກວ່າລາຍການ. ນອກນີ້,ກຳປັ່ນລຳດັ່ງກ່າວຍັງໄດ້ບັນທຸກແຮລິກົບແຕ້ພະຍາບານລຳໜຶ່ງ ເພື່ອເພິ່ມທະວີຄວາມສາມາດດ້ານພະຍາບານສຸກເສີນ.


 

     ໜ້າທີ່ເທື່ອນີ້ຈະແມ່ນໄລຍະການຢ້ຽມຢາມດົນທີ່ສຸດ ແລະໄປຫຼາຍປະເທດທີ່ສຸດໃນຈຳນວນກຳປັ່ນເສນາຮັກ “ເຮືອສັນຕິພາບ”ປະຕິບັດໜ້າທີ່ “ພາລະກຳກົມກຽວ” ຕ່າງໆແລ້ວນີ້.