ຕຳຫຼວດທະເລຈີນ:ກຳປັ່ນຂົນສົ່ງຂອງຟິລິບປິນເຂົ້າໃກ້ກັບກຳປັ່ນຈີນແບບອັນຕະລາຍເຮັດໃຫ້ດາດກັນ ຟິລິບປິນຕ້ອງເປັນຝ່າຍຮັບຜິດຊອບ

2024-06-17 13:25:28 CRI


    ຕຳຫຼວດທະເລຈີນແຈ້ງໃຫ້ຮູ້ວ່າ: ວັນທີ 17 ມິຖຸນານີ້, ກຳປັ່ນຂົນສົ່ງລຳໜຶ່ງຂອງຟິລິບປິນໄດ້ບຸກເຂົ້າເຂດທະເລໃກ້ກັບຫາດເກາະເຣີນອ້າຍ ໝູ່ເກາະນານຊ່າຂອງຈີນ, ຕຳຫຼວດທະເລຈີນໄດ້ໃຊ້ມາດຕະການຕອບໂຕ້ຕໍ່ກຳປັ່ນຟິລິບປິນຕາມກົດໝາຍ. ເວລາ 5 ໂມງ 59 ນາທຂອງມື້ດຽວກັນ,ກຳປັ່ນຂົນສົ່ງຂອງຟິລິບປິນບໍ່ເອົາຫົວຊາຕໍ່ການແຈ້ງເຕືອນອັນເຄັ່ງຂຶມຫຼາຍເທື່ອຂອງຈີນ, ລະເມີດ “ກົດລະບຽບເພື່ອຫຼີກເວັ້ນການຕຳກັນຢູ່ທະເລສາກົນ”, ຕັ້ງໃຈເຂົ້າໃກ້ກັບກຳປັ່ນຂອງຈີນທີ່ເດີນເຮືອຕາມປົກກະຕິແບບອັນຕະລາຍ, ເຮັດໃຫ້ດາດກັນ, ຟິລິບປິນຕ້ອງເປັນຝ່າຍຮັບອິດຊອບຕໍ່ເຫດການທີ່ເກີດຂຶ້ນ.