ຮອງປະທານາທິບໍດີເບຣຊິນກ່າວວ່າ: ຈີນແມ່ນຕົວແບບຂອງໂລກໃນການລຶບລ້າງຄວາມທຸກຍາກ

2024-06-17 11:04:28 cri


ຫວ່າງມໍ່ໆມານີ້, ທ່ານເກຣານໂດ ອາຣິເຄິ ຮອງປະທານາທິບໍດີເບຣຊິນທີ່ຫາກໍ່ຂຶ້ນຮັບຕຳແໜ່ງຮອງປະທານາທິບໍດີໄດ້ເດີນທາງໄປຢ້ຽມຢາມ ສປ ຈີນເປັນຄັ້ງທຳອິດ. ໃນໂອກາດນີ້, ທ່ານໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG.

ທ່ານເກຣານໂດ ອາຣິເຄິ ກ່າວວ່າ: ຢູ່ເບຣຊິນ, ເມື່ອໄລຍະສອງປີກ່ອນ ຍັງມີປະຊາຊົນ 30.000.000 ຄົນຂາດເຂີນອາຫານ ເຊິ່ງກວມເອົາຍອດຈຳນວນປະຊາກອນເບຣຊິນເຖິງ 15%. ດັ່ງນັ້ນ, ການລຶບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກເດັດຖານ ແມ່ນໜ້າທີ່ສຳຄັນກ່ອນໝູ່ຂອງເບຣຊິນ. ທ່ານລູລາ ດາຊິນວາ ປະທານາທິບໍດີເບຣຊິນພ້ອມດ້ວຍລັດຖະບານໄດ້ສຸມກຳລັງເຂົ້າໃນການຊຸກຍູ້ການພັດທະນາແບບກວມລວມ ແລະ ລຶບລ້າງຄວາມອຶດຫິວ.

ສຳລັບການລຶບລ້າງຄວາມທຸກຍາກ, ຈີນແມ່ນຕົວແບບຂອງໂລກ. ພາຍໃນເວລາສັ້ນໆ ຄືບໍ່ຮອດ 40 ປີເທົ່ານັ້ນ, ໄດ້ເຮັດໃຫ້ປະຊາຊົນເກືອບ 800 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກເດັດຖານ ເຊິ່ງເປັນຜົນງານທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງຢູ່ໃນໂລກ.

ທ່ານເກຣານໂດ ອາຣິເຄິກ່າວຕື່ມວ່າ: ສະພາບການສາກົນພວມຢູ່ໃນໄລຍະຫຍຸ້ງຍາກ, ເບຣຊິນກັບຈີນທະໜຸຖະໜອມສັນຕິພາບ, ເອົາໃຈໃສ່ການພັດທະນາ, ປະຕິບັດແນວຄິດທີ່ເປັນເອກະພາບກັນຕໍ່ກັບຫຼາຍບັນຫາສຳຄັນ, ດັ່ງນັ້ນ, ເບຣຊິນຄອງຄອຍສອງປະເທດຮ່ວມມືກັນກ້າວເດີນໄປຂ້າງໜ້າ ເພື່ອປະກອບສ່ວນກຳລັງແຮງຂອງຕົນເຂົ້າໃນການປົກປ້ອງລັດທິຫຼາຍຝ່າຍແລະປົກປັກຮັກສາສັນຕິພາບກໍຄືສະຖຽນລະພາບຂອງໂລກ.