ຍອດມູນຄ່າຈໍລະຈອນສິນຄ້າຂອງຈີນໃນປີ 2023 ມີຫຼາຍກວ່າ 126.000 ຕື້ຢວນ

2024-06-17 11:32:26 cri


    ອີງຕາມບົດລາຍງານການພັດທະນາດ້ານການຈໍລະຈອນສິນຄ້າຂອງຈີນໃນປີ 2023 ທີ່ຮ່າງຂຶ້ນໂດຍກະຊວງການຄ້າຈີນແລະສູນຂໍ້ມູນດ້ານການຈໍລະຈອນຈີນໄດ້ປະກາດໃນວັນທີ 16 ມິຖຸນານີ້ ສະແດງໃຫ້ເຫັນວ່າ: ຍອດມູນຄ່າຈໍລະຈອນສິນຄ້າຂອງຈີນໃນປີ 2023 ມີຫຼາຍກວ່າ 126,100 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າປີ 2022 ເຖິງ 5%.

   ບົດລາຍງານດັ່ງກ່າວໄດ້ຈ້ອງມອງເບິ່ງທ່ວງທ່າການພັດທະນາດ້ານການຈໍລະຈອນສິນຄ້າໃນປີ 2024 ໃຫ້ຮູ້ວ່າ: ຄຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍມະຫາພາກດ້ານຕ່າງໆແລ້ວ, ຄວາມຕ້ອງການດ້ານການບໍລິໂພກຈະຟື້ນຟູຂຶ້ນຢ່າງຕໍ່ເນື່ອງ, ການຈໍລະຈອນສິນຄ້າຈະຄ່ອຍໆເພີ່ມຂຶ້ນ.