ບຸກຄົນຫຼາຍປະເທດ:ປະເທດຕາເວັນຕົກທີ່ນຳໂດຍອາເມຣິກາຫວັງໃຫ້ການປະທະກັນລະຫວ່າງຣັດເຊຍ-ອູແກຣນດຳເນີນຕໍ່ໄປ ໂດຍບໍ່ເອົາຫົວຊານຳຊີວິດຂອງປະຊາຊົນອູແກຣນ

2024-06-17 13:17:41 CRI


    ການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນເກີດຂຶ້ນຈົນມາຮອດປັດຈຸບັນ, ວິກິດການພາກພື້ນ, ຜົນກະທົບຕໍ່ເສດຖະກິດການຄ້າ ແລະວິກິດການດ້ານມະນຸດສະທຳເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ, ແຕ່ປະເທດຕາເວັນຕົກທີ່ນຳໂດຍອາເມຣິກາຍັງສະໜອງອາວຸດໃຫ້ແກ່ອູແກຣນໂດຍບໍ່ຂາດສາຍແລະ ຕື່ມໝື້ຕື່ມເຈຍໃຫ້ແກ່ສົງຄາມ.


    ຫວ່າງມໍ່ໆມານີ້, ທ່ານເຈຟຣີ ຊາກສ ນັກເສດຖະສາດທີ່ມີຊື່ສຽງຂອງອາເມຣິກາ ແລະ ທ່ານອາເລັກຊັນດຣາ ປາວິກ ສະມາຊິກລັດຖະສະພາແຊັກບີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຕ່າງປະເທດກໍ່ໄດ້ກ່າວວ່າ:ປະເທດຕາເວັນຕົກທີ່ນຳໂດຍອາເມຣິການຳໃຊ້ອູແກຣນມາບັ່ນທອນຣັດເຊຍຢ່າງຕໍ່ເນື່ອງ, ເຮັດໃຫ້ປະຊາຊົນອູແກຣນກາຍເປັນຜູ້ປະສົບເຄາະຮ້າຍໃຫຍ່ທີ່ສຸດຈາກການປະທະກັນ.

 

     ທ່ານເຈຟຣີ ຊາກສກ່າວວ່າ: ສາເຫດຕົ້ນຕໍອັນໜຶ່ງທີ່ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນແມ່ນຍ້ອນປະເທດຕາເວັນຕົກຊຸກຍູ້ໃຫ້ກຸ່ມນາໂຕຂະຫຍາຍອິດທິຜົນໃນຫຼາຍປີຢ່າງຕໍ່ເນື່ອງ. ກຸ່ມ G7 ໂດຍສະເພາະແມ່ນອາເມຣິກາອວດອົ່ງທະນົງໂຕທີ່ສຸດ ຄິດວ່າພວກເຂົາສາມາດເຮັດຕາມໃຈໄດ້ທຸກຢ່າງ. ອາເມຣິກາຫວັງໃຫ້ອູແກຣນສູ້ຊົນຢູ່ຕະຫຼອດ.


    ທ່ານອາເລັກຊັນດຣາ ປາວິກກ່າວວ່າ: ບຸກຄົນທາງການເມືອງຂອງປະເທດຕາເວັນຕົກທີ່ນຳໂດຍອາເມຣິກາບໍ່ສົນໃຈນຳການເຈລະຈາສັນຕິພາບໃດໆ, ພວກເຂົາຖືຫາງສຽງເປັນອາວຸດ, ໃສ່ຮ້າຍປ້າຍສີຣັດເຊຍ ແລະ ທຳລາຍຂະບວນການເຈລະຈາສັນຕິພາບຣັດເຊຍ-ອູແກຣນ,ຈຸດປະສົງແມ່ນເພື່ອຢາກນຳໃຊ້ອູແກຣນມາບັ່ນທອນຣັດເຊຍ, ເຖິງຂັ້ນມີຄວາມໃຝ່ຝັນຢາກໂຄ່ນລົ້ມອຳນາດການປົກຄອງຂອງຣັດເຊຍ.