ເຂດພູດອຍທາງພາກເໜືອຫວຽດນາມເກີດດິນພູເຈື່ອນ ມີຜູ້ເສຍຊີວິດ 4 ຄົນ

2024-06-18 16:20:29 cri

 


    ຕອນຂ້ອນແຈ້ງຂອງວັນທີ 18 ມິຖຸນານີ້, ເຂດພູດອຍຢູ່ແຂວງບັກກ້ານ ທາງພາກເໜືອຂອງຫວຽດນາມເກີດດິນພູເຈື່ອນ, ເຮັດໃຫ້ເຮືອນໄມ້ຫຼັງໜຶ່ງຖືກດິນເຈື່ອນຖົມ ແລະ ມີຜູ້ເສຍຊີວິດ 4 ຄົນ.

    ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນແຈ້ງໃຫ້ຮູ້ວ່າ: ທ້ອງຖິ່ນດັ່ງກ່າວເລີ່ມເກີດຝົນຕົກໜັກໃນຕອນຂ້ອນແຈ້ງຂອງວັນທີ 17 ມິຖຸນານີ້, ຍ້ອນດິນພູອົມນ້ຳເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດດິນພູເຈື່ອນໃນຄັ້ງນີ້.