ມາດຕະການຄວບຄຸມທີ່ໃຊ້ກັບຕໍ່ກຳປັ່ນຟິລິບປິນຂອງຕຳຫຼວດທະເລຈີນແມ່ນສົມເຫດສົມຜົນ ແລະ ຊອບດ້ວຍກົດໝາຍ

2024-06-18 15:41:17 CRI

    ວັນທີ 17 ມິຖຸນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໃນເວລາຕອບຄຳຖາມກ່ຽວກັບທະເລຈີນໃຕ້, ທ່ານລີນຈ້ຽນກ່າວວ່າ: ໃນບັນຫາທະເລຈີນໃຕ້, ຈີນຍຶດໝັ້ນໂດຍຜ່ານເຈລະຈາ ແລະ ເປິກສາຫາລືກັບປະເທດທີ່ກ່ຽວຂ້ອງໂດຍກົງ ແກ້ໄຂຂໍ້ຂັດແຍ້ງທາງທະເລຢ່າງເໝາະສົມ, ພ້ອມກັນນັ້ນ ກໍເດັດດ່ຽວຮັບມືກັບການກະທຳທີ່ລະເມີດສິດ ແລະ ທ້າທາຍເກາະຜິດທາງທະເລທຸກກໍລະນີ.


 

     ທ່ານລີນຈ້ຽນຊີ້ອອກວ່າ: ວັນທີ 17 ມິຖຸນານີ້, ກຳປັ່ນຂົນສົ່ງລຳໜຶ່ງ ແລະ ເຮືອໄວສອງລຳຂອງຟິລິບປິນບໍ່ໄດ້ຮັບອະນຸຍາດຈາກລັດຖະບານຈີນ ໄດ້ບຸກເຂົ້າໄປເຂດທະເລໃກ້ກັບຫາດເຣີນອ້າຍ ໝູ່ເກາະນານຊ່າຂອງຈີນ ເພື່ອຂົນສົ່ງວັດຖຸສິ່ງຂອງເຊິ່ງລວມທັງວັດສະດຸກໍ່ສ້າງໄປໃຫ້ແກ່ກຳປັ່ນທະຫານທີ່ຈອດຄ້າງຢູ່ຫາດເຣີນອ້າຍຢ່າງຜິດກົດໝາຍ.

 

     ຕຳຫຼວດທະເລຈີນໄດ້ໃຊ້ມາດຕະການຄວບຄຸມທີ່ຈຳເປັນກັບກຳປັ່ນຂອງຟິລິບປິນ, ການດຳເນີນງານແມ່ນເປັນມືອາຊີບ ໃຊ້ຄວາມອົດກັ້ນ ສົມເຫດສົມຜົນ ແລະ ຊອບດ້ວຍກົດໝາຍ.