ການພົວພັນຈີນ-ອິນໂດເນເຊຍຮັກສາທ່ວງທ່າຂະຫຍາຍຕົວຢ່າງແຂງແຮງ

2024-06-18 15:19:18 cri


    ວັນທີ 17 ມິຖຸນານີ້ ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ກ່ຽວກັບການພົວພັນຈີນ-ອິນໂດເນເຊຍໃນປັດຈຸບັນນີ້, ທ່ານລີນຈ້ຽນໄດ້ຕອບຄຳຖາມທີ່ກ່ຽວຂ້ອງໂດຍກ່າວວ່າ: ພາຍໃຕ້ການນຳພາດ້ານຍຸດທະສາດທາງການທູດຂອງປະມຸກລັດ, ການພົວພັນຈີນ-ອິນໂດເນເຊຍໄດ້ຮັກສາທ່ວງທ່າຂະຫຍາຍຕົວຢ່າງແຂງແຮງ, ເຈົ້າໜ້າທີ່ຂັ້ນສູງຂອງສອງຝ່າຍໄດ້ໄປມາຫາສູ່ກັນຢ່າງສະໜິດແໜ້ນ, ການຮ່ວມມືກັນໄດ້ລົງສູ່ລວງເລິກຢ່າງແໜ້ນແຟ້ນ, ການສ້າງສາປະຊາຄົມຮ່ວມຊາຕາກຳໄດ້ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.

   ຈີນຍິນດີຮ່ວມກັບອິນໂດເນເຊຍເພີ່ມທະວີການໄປມາຫາສູ່ກັນຂັ້ນສູງໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ລົງເລິກການຮ່ວມມືກັນຢ່າງຕິດແທດຕົວຈິງ, ຊຸກຍູ້ ການສ້າງສາປະຊາຄົມຮ່ວມຊາຕາກຳຈີນ-ອິນໂດເນເຊຍລົງສູ່ລວງເລິກແລະ ຕິດແທດຕົວຈິງຢ່າງບໍ່ຢຸດຢັ້ງ, ສ້າງຄວາມຜາສຸກໃຫ້ແກ່ສອງລັດແລະປະຊາຊົນສອງຊາດຫຼາຍກວ່າເກົ່າ.