3 ຄຳຈະຊ່ວຍທ່ານເຂົ້າໃຈວ່າ ເປັນຫຍັງວິສາຫະກິດຕ່າງປະເທດນິຍົມມາເຮັດທຸລະກິດຢູ່ຈີນ

2024-06-18 14:56:40 cri

ຫວ່າງມໍ່ໆມານີ້, ທ່ານເສິງໜິງ ຮອງຜູ້ອຳນວຍການໃຫຍ່ເຂດຈີນຂອງບໍລິສັດຟີລິບຂອງໂຮນລັງໃຫ້ສຳພາດຕໍ່ນັກຂ່າວ CMG ວ່າ: “ລາຍຮັບຈາກທຸລະກິດຢູ່ຈີນຂອງບໍລິສັດພວກເຮົາໄດ້ຮັກສາການເຕີບໂຕມາໂດຍຕະຫຼອດ ແລະ ຈັງຫວະການເຕີບໂຕຢູ່ຈີນໄດ້ນຳໜ້າທົ່ວໂລກ. ບໍລິສັດຟີລິບຮັກສາການລົງທຶນໄດ້ຫຼາຍ ແລະ ສ້າງລາຍຮັບໄດ້ຫຼາຍຢູ່ຕະຫຼາດຈີນຢ່າງສະເໝີຕົ້ນສະເໝີປາຍ”. ເປັນຫຍັງວິສາຫະກິດຕ່າງປະເທດຈິ່ງມີຄວາມໝັ້ນໃຈຢ່າງສູງຕໍ່ຕະຫຼາດຈີນຄືແນວນີ້?


ຄວາມໝັ້ນໃຈແມ່ນໄດ້ມາຈາກຕະຫຼາດຈີນ ເປັນຕະຫຼາດຂະໜາດໃຫຍ່. ເດືອນພຶດສະພາປີນີ້, ຍອດມູນຄ່າການຈຳໜ່າຍເຄື່ອງອຸປະໂພກ-ບໍລິໂພກໃນສັງຄົມຈີນໄດ້ເພີ່ມຂຶ້ນ 3,7% ເຊິ່ງໄດ້ສູງກວ່າເດືອນເມສາ 1,4%. ໃນໄລຍະພັກວັນກຳມະກອນສາກົນປີນີ້, ນັກທ່ອງທ່ຽວຈີນໄດ້ເດີນທາງໄປທ່ຽວ 1000 ກວ່າຕົວເມືອງໃນຂອບເຂດທົ່ວໂລກ.


ເວົ້າສຳລັບວິສາຫະກິດແລ້ວ, ການປະດິດສ້າງໃໝ່ເປັນພະລັງຂັບເຄື່ອນທີ່ສຳຄັນທີ່ສຸດ. ຄວາມມີສະເໜ່ຂອງຕະຫຼາດຈີນຍັງຍ້ອນມີຄວາມໄວໃນການປະດິດສ້າງໃໝ່. ຕົວເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ມູນຄ່າເພີ່ມຂອງອຸດສາຫະກຳການຜະລິດເຕັກນິກສູງຂະໜາດໃຫຍ່ຂອງຈີນໃນເດືອນພຶດສະພາປີນີ້ໄດ້ເພີ່ມຂຶ້ນ 10% ເມື່ອທຽບໃສ່ເດືອນພຶດສະພາປີກາຍ; ຜົນຜະລິດລວມວົງຈອນໄຟຟ້າ, ອຸປະກອນເຄື່ອງພິມ 3D, ກຳປັ່ນຕູ້ຄອນເທນເນີ ແລະ ຜະລິດຕະພັນເຕັກນິກສູງອື່ນໆ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ; ຈັງຫວະການເຕີບໂຕດ້ານການລົງທຶນໃນອຸດສາຫະກຳເຕັກນິກສູງໄດ້ໄວກວ່າຈັງຫວະການເຕີບໂຕຂອງການລົງທຶນອະສັງຫາລິມະຊັບທັງໝົດ. ທັງໝົດເຫຼົ່ານີ້ສະແດງໃຫ້ເຫັນວ່າ: ກຳລັງຂັບເຄື່ອນໃໝ່ ທີ່ໄດ້ມາຈາກກຳລັງການຜະລິດໃນຄຸນນະພາບໃໝ່ໄດ້ເພີ່ມຂຶ້ນເລື້ອຍໆ.

ນອກຈາກນີ້ແລ້ວ, ຕະຫຼາດຈີນຍັງໄດ້ເພີ່ມຄວາມມີຊີວິດຊີວາໃຫ້ແກ່ເສດຖະກິດໂລກອີກດ້ວຍ. 5 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໄດ້ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ບໍ່ວ່າໄດ້ສະໜອງຕະຫຼາດຂະໜາດໃຫຍ່ໃຫ້ແກ່ໂລກເທົ່ານັ້ນ ຍັງໄດ້ສົ່ງອອກຜະລິດຕະພັນລະດັບສູງ, ຜະລິດຜະລິດຕະພັນປັນຍາປະດິດ ແລະ ຜະລິດຜະລິດຕະພັນສີຂຽວໃຫ້ແກ່ໂລກອີກດ້ວຍ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຟື້ນຕົວຂອງເສດຖະກິດໂລກ.


ຄຽງຄູ່ກັບພະລັງຂັບເຄື່ອນດ້ານການປະດິດສ້າງໃໝ່ໄດ້ເພີ່ມຂຶ້ນເລື້ອຍໆ, ຈີນໄດ້ສືບຕໍ່ປະຕິບັດນະໂຍບາຍມະຫາພາກທີ່ດີ ແລະ ລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກ, ເສດຖະກິດຈະສາມາດຮັກສາທ່ວງທ່າຟື້ນຕົວດີຂຶ້ນຢ່າງຕໍ່ເນື່ອງ ແລະ ມີເງື່ອນໄຂບັນລຸເປົ້າໝາຍເຕີບໂຕຂອງໝົດປີ. ປະເທດຈີນທີ່ເປັນຄືແນວນີ້, ຈະສາມາດດຶງດູດວິສາຫະກິດຕ່າງປະເທດມາເພີ່ມການລົງທຶນຢູ່ຈີນຢ່າງແນ່ນອນ.