ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງໂຮງຮຽນທະຫານຮວງຜູເນື່ອງໃນໂອກາດໂຮງຮຽນດັ່ງກ່າວສ້າງຕັ້ງຂຶ້ນຄົບຮອບ 100 ປີ ແລະ ສະມາຄົມສິດເກົ່າໂຮງຮຽນດັ່ງກ່າວສ້າງຕັ້ງຂຶ້ນຄົບຮອບ 40 ປີ

2024-06-18 16:19:37 cri


    ວັນທີ 17 ມິຖຸນານີ້, ເນື່ອງໃນໂອກາດທີ່ໂຮງຮຽນທະຫານຮວງຜູສ້າງຕັ້ງຂຶ້ນຄົບຮອບ 100 ປີ ແລະ ສະມາຄົມສິດເກົ່າໂຮງຮຽນທະຫານຮວງຜູສ້າງຕັ້ງຂຶ້ນຄົບຮອບ 40 ປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳທະການການທະຫານສູນກາງຈີນ ໄດ້ສົ່ງສານຊົມເຊີຍເຖິງໂຮງຮຽນດັ່ງກ່າວ.

    ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ໂຮງຮຽນທະຫານຮວງຜູແມ່ນຜົນງານການຮ່ວມມືຄັ້ງທຳອິດລະຫວ່າງພັກກົກມິນຕັງ ແລະ ພັກຄອມມູນິດຈີນ, ແມ່ນໂຮງຮຽນແຫ່ງທຳອິດທີ່ບຳລຸງສ້າງພະນັກງານກອງທັບປະຕິວັດຂອງຈີນ, ນັບແຕ່ສ້າງຕັ້ງຂຶ້ນເປັນຕົ້ນມາ, ໂຮງຮຽນດັ່ງກ່າວໄດ້ຮັບໃຊ້ສະພາບລວມດ້ານການພັດທະນາຂອງພັກ ແລະ ລັດ, ເຊິ່ງໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການເປີດກວ້າງການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ຕໍ່ຕ້ານການແບ່ງແຍກໄຕ້ຫວັນເປັນເອກະລາດ ແລະ ຊຸກຍູ້ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບ.

    ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ: ຫວັງວ່າສິດເກົ່າທັງຫຼາຍຂອງໂຮງຮຽນທະຫານຮວງຜູພ້ອມດ້ວຍຄອບຄົວຢູ່ພາຍໃນ ແລະ ຕ່າງປະເທດຈະບໍ່ຫຼົງລືມອຸດົມການຂອງບັນພະບຸລຸດ, ແບກຫາບພາລະໜ້າທີ່ຂອງຍຸກສະໄໝຢ່າງກ້າຫານ, ຕັ້ງໜ້າອຸທິດຕົນເຂົ້າໃນການສ້າງຄວາມທັນສະໄໝແບບຈີນ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່.