
ວັນທີ 17 ມິຖຸນານີ້ ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ກອງປະຊຸມສຸດຍອດກຸ່ມ G7 ໄດ້ປະກາດແຈ້ງການໂດຍປ່າວຂ່າວກ່ຽວກັບຈີນຕື່ມອີກ ເຊິ່ງໄດ້ຊີ້ໄມ້ຊີ້ມືຕໍ່ວຽກງານພາຍໃນຂອງຈີນ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?
ທ່ານລີນຈ້ຽນຕອບວ່າ: ປະກາດແຈ້ງການຂອງກອງປະຊຸມສຸດຍອດກຸ່ມ G7 ໄດ້ ປ່າວຂ່າວກ່ຽວກັບຈີນຕື່ມອີກ, ໂດຍໃສ່ຮ້າຍປ້າຍສີໂຈມຕີຈີນ ເຊິ່ງລ້ວນແຕ່ເປັນຄວາມເຫັນອະຄະຕິແລະຄຳຕົວະຕົ້ມເທົ່ານັ້ນ.
ກຸ່ມ G7 ບໍ່ສາມາດຕາງໜ້າໃຫ້ປະຊາຄົມໂລກໄດ້, ປັດຈຸບັນ ກຸ່ມ G7ໄດ້ຫ່າງອອກໄປໄກຫຼາຍຈາກຈຸດປະສົງແຕ່ຫົວທີເພື່ອສ້າງ“ສິ່ງແວດລ້ອມເສດຖະກິດສາກົນທີ່ກົມກຽວແລະໝັ້ນທ່ຽງ”, ນັບມື້ນັບກາຍເປັນເຄື່ອງມືການເມືອງໃນການປົກປ້ອງມະຫາອຳນາດຂອງອາເມຣິກາແລະປະເທດຕາເວັນຕົກ.
ກຸ່ມ G7ໄດ້ຝ່າຝືນກັບກະແສຂອງຍຸກສະໄໝແຫ່ງການພັດທະນາໂດຍສັນຕິ, ພວກເຂົາເວົ້າຢູ່ເລື້ອຍໆວ່າຢາກປົກປັກຮັກສາສັນຕິພາບຂອງໂລກ, ແຕ່ຊ້ຳພັດຍຶດໝັ້ນຂີດເສັ້ນຕາມຮູບຖານຈິດສຳນຶກແລະຄ່ານິຍົມຂອງຄົນ, ກໍ່ການເປັນປໍລະປັກກັນລະຫວ່າງຄ້າຍ, ເທນ້ຳມັນໃສ່ການປະທະກັນຢູ່ພາກພື້ນ ທັງໂຍນຖິ້ມໜ້າທີ່ຮັບຜິດຊອບຂອງຕົນ, ການກະທຳແບບຜິດພາດທີ່ທຳລາຍລະບຽບສາກົນ, ສ້າງຜົນຮ້າຍຕໍ່ສັນຕິພາບແລະຄວາມໝັ້ນຄົງເຫຼົ່ານີ້ ກຳລັງໄດ້ຮັບຄວາມຄຽດຊັງຈາກກຳລັງສາກົນທີ່ເປັນທຳຫຼາຍກວ່າເກົ່າ.