ນາຍົກມະເລເຊຍກ່າວວ່າ:ການເພີ່ມທະວີການພົວພັນກັບຈີນມີຄວາມໝາຍສຳຄັນ

2024-06-18 15:36:35 CRI

    ວັນທີ 17 ມິຖຸນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ:ໃນເວລາໃຫ້ສຳພາດຕໍ່ນັກຂ່າວເມື່ອມໍ່ໆມານີ້, ທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມະເລເຊຍກ່າວວ່າ: ມະເລເຊຍເພິ່ມທະວີການພົວພັນກັບຈີນແມ່ນມີຄວາມໝາຍສຳຄັນ, ເພາະຈີນຍິນດີຮັບເອົາ,ຮັບຟັງຂໍ້ສະເໜີ ແລະ ຄວາມສົນໃຈຂອງມະເລເຊຍ.ກະຊວງການຕ່າງປະເທດຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?



     ທ່ານລີນຈ້ຽນຕອບວ່າ: ພວກຂ້າພະເຈົ້າຊົມເຊີຍທ່າທີທີ່່ກ່ຽວຂ້ອງຂອງທ່ານນາຍົກອັນວາ ອິບຣາຮິມ. ຈີນຄອງຄອຍເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອກັບມະເລເຊຍ, ລົງເລິກເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ມະເລເຊຍໃຫ້ເລິກເຊິ່ງກວ່າເກົ່າ ແລະ ເປັນຮູບປະທຳກວ່າເກົ່າ.ຈີນເດັດດ່ຽວສະໜັບສະໜູນປະເທດອາຊຽນ ເຊິ່ງລວມທັງມະເລເຊຍສາມັກຄີກັນ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງມາໂດຍຕະຫຼອດ, ຮັກສາຖານະແກນກາງ ແລະ ໂຄງສ້າງພາກພື້ນແບບກວມລວມຂອງອາຊຽນ. ຈີນຈະສືບຕໍ່ປະຕິບັດຕາມແນວຄິດທີ່ເປີດປະຕູສູ່ພາຍນອກຮ່ວມມືກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮ່ວມກັບບັນດາປະເທດສະມາຊິກອາຊຽນ ພ້ອມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ສະໜິດແໜ້ນກວ່າເກົ່າ.