ອົງການກອງທຶນເງິນຕາສາກົນສ້າງຕັ້ງສູນປະຈຳຊຽງໄຮ້

2024-06-19 11:28:17 cri

 

    ຕອນເຊົ້າວັນທີ 19 ມິຖຸນານີ້, ອົງການກອງທຶນເງິນຕາສາກົນປະກາດວ່າ: ໄດ້ສ້າງຕັ້ງສູນປະຈຳນະຄອນຊຽງໄຮ້.

    ສູນປະຈຳນະຄອນຊຽງໄຮ້ແມ່ນໜຶ່ງໃນສູນພາກພື້ນທີ່ອົງການກອງທິນເງິນຕາສາກົນສ້າງຕັ້ງຂຶ້ນໃນທົ່ວໂລກ, ມີຈຸດປະສົງເພື່ອເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງອົງການກອງທຶນເງິນຕາສາກົນ ກັບ ກຸ່ມເສດຖະກິດພາກພື້ນອາຊີປາຊີຟິກ, ດຳເນີນການຄົ້ນຄວ້າກ່ຽວກັບຂົງເຂດທີ່ຕະຫຼາດຈະເລີນໃໝ່ ແລະ ປະເທດທີ່ມີລາຍຮັບປານກາງມີຄວາມສົນໃຈ, ເພື່ອອຳນວຍການສະໜັບສະໜູນທີ່ຖືກຕ້ອງກັບເປົ້າໝາຍໃຫ້ແກ່ກຸ່ມເສດຖະກິດໃນພາກພື້ນ ແລະ ປົກປັກຮັກສາຄວາມໝັ້ນທ່ຽງດ້ານການທະນາຄານໃນພາກພື້ນ ກໍຄືທົ່ວໂລກ.