ເວທີເປິກສາຫາລືສາກົນວ່າດ້ວຍການຮ່ວມມືລະຫວ່າງຈີນ-ຍີ່ປຸ່ນ-ສເກົາຫຼີປີ 2024 ຈັດຂຶ້ນຢູ່ເຊອູນ

2024-06-19 11:36:23 cri


   ເວທີເປິກສາຫາລືສາກົນວ່າດ້ວຍການຮ່ວມມືລະຫວ່າງຈີນ-ຍີ່ປຸ່ນ-ສເກົາຫຼີປີ 2024 ທີ່ຈັດໂດຍກອງເລຂາການຮ່ວມມືຈີນ-ຍີ່ປຸ່ນ-ສເກົາຫຼີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຊອູນຂອງສເກົາຫຼີໃນວັນທີ18ມິຖຸນານີ້. ເວທີເປິກສາຫາລືຄັ້ງນີ້ແມ່ນຈັດຂຶ້ນຫຼັງຈາກຈັດກອງປະຊຸມຜູ້ນຳຈີນ-ຍີ່ປຸ່ນ-ສເກົາຫຼີຄັ້ງທີ 9 ເມື່ອບໍ່ດົນມານີ້ ທີ່ພາຍໃຕ້ຫົວຂໍ້ “ຫັນການຮ່ວມມືເປັນກົນໄກ, ເປີດກວ້າງການແລກປ່ຽນ: ສ້າງອະນາຄົດທີ່ດີງາມກວ່າເກົ່າ”.  

   ທ່ານລີຮີຊຸບ ເລຂາທິການໃຫຍ່ກອງເລຂາການຮ່ວມມືຈີນ-ຍີ່ປຸ່ນ-ສເກົາຫຼີກ່າວວ່າ: ສາມປະເທດໄດ້ຫັນສິ່ງທ້າທາຍເປັນໂອກາດຢູ່ເລື້ອຍໆໃນເວລາຮ່ວມກັນຮັບມືກັບສະພາບການທີ່ສັບສົນແລະບັນຫາທີ່ມີລັກສະນະທົ່ວໂລກ, ຊຸກຍູ້ການຮ່ວມມືຈີນ-ຍີ່ປຸ່ນ-ສເກົາຫຼີໃຫ້ກາຍເປັນເວທີສຳຄັນທີ່ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ ແລະບັນລຸການພັດທະນາພ້ອມກັນ. ເມື່ອຈ້ອງມອງເບິ່ງອະນາຄົດ, ການຮ່ວມມືຈີນ-ຍີ່ປຸ່ນ-ສເກົາຫຼີຈະສືບຕໍ່ຍຶດໝັ້ນແນວຄິດທີ່ເປີດປະຕູສູ່ພາຍນອກ, ກວມລວມ, ເຄົາລົບເຊິ່ງກັນແລະກັນ ແລະຄົງຕົວຢູ່ຮ່ວມກັນຢ່າງປອງດອງ, ຊຸກຍູ້ໃຫ້ຮ່ວມມືກັນຕິດແທດຕົວຈິງຫຼາຍກວ່າເກົ່າ.