ທ່ານສີຈິ້ນຜິງລົງຢ້ຽມຢາມຢູ່ແຂວງຊີ່ງໄຫ

2024-06-19 11:37:45 CRI


    ຕອນບ່າຍວັນທີ 18 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊີ່ງໄຫ ພາກຕາເວັນຕົກສຽງເໜືອຂອງຈີນ. ທ່ານໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມຊົນເຜົ່າຊີ່ນີງໂກໂລ້ ແລະ ວັດຮົງເຈ໋ຂອງນະຄອນຊີ່ນີງເພື່ອຮັບຮູ້ສະພາບຢູ່ທ້ອງຖິ່ນຕ່າງໆ ເຊັ່ນ: ລົງເລິກຊຸກຍູ້ວຽກງານສຶກສາດ້ວຍການປະສານສົມທົບລະຫວ່າງພາກຕາເວັນອອກ ກັບ ພາກຕາເວັນຕົກ ແລະ ຈັບຄູ່ຊ່ວຍເຫຼືອກັນ, ເພີ່ມກຳລັງແຮງເຮັດໃຫ້ການສຶກສາດ້ານສະຕິປະຊາຄົມຮ່ວມປະຊາຊາດຈີນມີຄວາມໝັ້ນຄົງ, ວົງການພຸດທະສາສະໜານິກາຍຕິເບດສົ່ງເສີມປະເພນີດີເດັ່ນທີ່ຮັກຫອມປະເທດຊາດ ແລະ ຮັກຫອມສາສະໜາ ພ້ອມທັງຊຸກຍູ້ໃຫ້ຊົນເຜົ່າຕ່າງໆສາມັກຄີກັນ ແລະ ມີຄວາມກ້າວໜ້າເປັນຕົ້ນ.