ອັດຕາເງິນເຟີ້ໃນເດືອນພິດສະພາແລ້ວນີ້ຂອງເຂດໃຊ້ເງິນເອີໂຣເພີ່ມຂຶ້ນຮອດ 2,6%

2024-06-19 16:14:48 cri


    ວັນທີ 18 ມິຖຸນານີ້, ອີງຕາມຕົວເລກສະຖິຕິທີ່ເປີດເຜີຍໂດຍອົງການສະຖິຕິສະຫະພາບເອີຣົບສະແດງໃຫ້ເຫັນວ່າ: ເດືອນພຶດສະພາ 2024, ອັດຕາເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣຢູ່ໃນລະດັບ 2,6% ຕໍ່ປີ,  ສູງກວ່າ 2,4% ໃນເດືອນເມສາ 2024;ອັດຕາເງິນເຟີ້ຂອງສະຫະພາບເອີຣົບຢູ່ໃນລະດັບ 2,7% ຕໍ່ປີ, ສູງກວ່າ 2,6% ໃນເດືອນເມສາ 2024.