ຄົນຕ່າງປະເທດທີ່ມາທ່ອງທ່ຽວປະເທດຈີນເປັນຈຳນວນຫຼວງຫຼາຍນັ້ນໄດ້ເຮັດໃຫ້ຊາວໂລກເຫັນປະເທດຈີນທີ່ແທ້ຈິງ

2024-06-19 15:04:37 CRI


ນັບແຕ່ປີ 2023 ເປັນຕົ້ນມາ, ຈີນໄດ້ຍົກເວັ້ນວີຊາຕໍ່ຫຼາຍປະເທດ, ນັບມາຮອດປັດຈຸບັນ, ຝຣັ່ງ, ເຢຍລະມັນ, ອີຕາລີ, ອົດສະຕຣາລີ, ໂຮນລັງ, ແອັດສະປາຍ, ແລະ ສະວິດທີ່ຈີນຍົກເວັ້ນແຕ່ຝ່າຍດຽວ; ນອກນີ້ຈີນຍັງໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນກັບໄທ, ສິງກະໂປ, ມະເລເຊຍ, ແລະ ຊອກຊີ.

 


ຄຽງຄູ່ກັບຈີນເປີດກວ້າງຂອບເຂດຂອງນະໂຍບາຍຍົກເວັ້ນວີຊາ, ເພື່ອນມິດຕ່າງປະເທດທີ່ມາທ່ອງທ່ຽວຢູ່ຈີນກໍນັບມື້ນັບຫຼາຍຂຶ້ນ ຕາມຂ່າວແຈ້ງວ່າ, ໃນໄຕມາດທີ 1 ປີ 2024 ນີ້, ຄົນຕ່າງປະເທດທີ່ມາທ່ຽວຈີນໄດ້ເພີ່ມຂຶ້ນຫຼາຍກວ່າ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຈີນໄດ້ອອກວີຊາໃຫ້ຄົນຕ່າງປະເທດ 466,000 ເທື່ອຄົນ, ເພີ່ມຂຶ້ນ 118.8%, ຄົນຕ່າງປະເທດທີ່ເຂົ້າເມືອງຈີນໂດຍຍົກເວັ້ນວີຊາເຖິງ 1,988,000 ເທື່ອຄົນ, ເພີ່ມຂຶ້ນ 266.1%.

 

ຈາກຕົວເລກຂ້າງເທິງນັ້ນກໍເປັນພຽງນາມມະທຳ, ຜູ້ໃຊ້ອິນເຕີເນັດຊາວຈີນອາດຈະມີຄວາມຮູ້ສຶກຕໍ່ເລື່ອງນີ້ຫຼາຍກວ່າ. ຫວ່າງບໍ່ດົນມາ, ຜູ້ໃຊ້ອິນເຕີເນັດຊາວຈີນຈຳນວນຫຼາຍພົບວ່າ, ຕົວເມືອງທີ່ຕົນດຳລົງຊີວິດຢູ່ນັ້ນມີຄົນຕ່າງປະເທດເປັນຈຳນວນຫຼາຍ, ຢູ່ສູນການຄ້າຫວາງຟູຈິງນະຄອນຫຼວງປັກກິ່ງ, ມີຄົນຝຣັ່ງ 2 ຄົນກຳລັງຟ້ອນຢູ່, ແລະອ້ອມຮອບໄປດ້ວຍຄົນຝຣັ່ງກຸ່ມໜຶ່ງ; ຜູ້ແລ່ນໄປຊື້ເຂົ້າໜົມແມງກະເບື້ອງຢູ່ຮ້ານຄ້າຂອງນະຄອນຊຽງໄຮ້ກໍແມ່ນເພື່ອນມິດຕ່າງປະເທດ, ຢູ່ໃນໂຮງມະໂຫລະສົບລາຊະວົງຖາງທີ່ນະຄອນຊີ່ອ່ານກໍເຕັມໄປດ້ວຍຄົນຕ່າງປະເທດທີ່ນັ່ງຊົມການສະແດງ. ຄົນຕ່າງປະເທດເຫຼົ່ານີ້ຄືຊິ ໄດ້ຮັບຮູ້ວິຖີຊີວິດຂອງປະຊາຊົນຈີນ, ຄື ໄປດື່ມຊາຢູ່ສວນສາທາລະນະ, ໄປຊອກກິນອາຫານແຊບຊ້ອຍຢູ່ຕະຫຼາດກາງຄືນ, ໄປຟ້ອນລຳທຳເພງຢູ່ສະໜາມຫຼວງ, ແລະຍັງໄດ້ຮຽນຮູ້ທ່າຖ່າຍຮູບທີ່ຊາວຈີນນິຍົມ.

 


ສິ່ງທີ່ບໍ່ໄດ້ຄາດຄື, ເພື່ອນມິດຕ່າງປະເທດທີ່ມາທ່ຽວຈີນ, ໄດ້ເປັນກະບອກສຽງໃຫ້ແກ່ປະເທດຈີນ. ເຈົ້າຂອງບລອກການທ່ອງທ່ຽວເຫຼົ່ານີ້ໄດ້ໃຊ້ຮູບການ “vlog”  ແລະໄລສົດ ເພື່ອບັນທຶກປະສົບການຢູ່ຈີນ, ເພື່ອແນະນຳຮີດຄອງປະເພນີ ແລະ ເອກະລັກວັດທະນະທຳຢູ່ທ້ອງຖິ່ນຕ່າງໆຂອງຈີນໄປສູ່ທຸກມູມທຸກແຈຂອງໂລກໂດຍຜ່ານເວັບໄຊວີດີໂອສັ້ນ. ປັດຈຸບັນນີ້, ເຄັດລັບໃໝ່ທີ່ດຶງດູດຜູ້ຊົມໃນສື່ສັງຄົມອອນລາຍຕ່າງປະເທດກໍຄື “ທ່ຽວປະເທດຈີນ”, ວີດີໂອການທ່ອງທ່ຽວຢູ່ຈີນຂອງເຈົ້າຂອງບລອກຕ່າງປະເທດ, ໄດ້ຮັບຄວາມນິຍົມຫຼາຍ.

 


ເຈົ້າຂອງບລອກຂອງຄູ່ຜົວເມຍອາເມຣິກາທີ່ມີຊື່ວ່າ “gone with the Wynns” ໄດ້ເຜີຍແຜ່ວີດີໂອທ່ອງທ່ຽວແຂວງຢຸນນານຈີນໃນເດືອນມັງກອນປີ 2024 ນີ້, ເຊິ່ງໄດ້ຖ່າຍທຳຢ່າງງາມປານີດ, ໂດຍໄດ້ນຳສະເໜີມົນສະເໜ່ແບບດັ້ງເດີມທີ່ມີເອກະລັກພິເສດຕໍ່ຜູ້ໃຊ້ອິນເຕີເນັດຢູ່ຕ່າງປະເທດ, ຈຳນວນຜູ້ເຂົ້າຊົມວີດີໂອມີເຖິງໜຶ່ງລ້ານເທື່ອ, ເຊິ່ງເປັນສະຖິຕິສູງສຸດຂອງຈຳນວນຜູ້ເຂົ້າຊົມຜົນງານວີດີໂອຂອງເຂົາເຈົ້າ, ເຊິ່ງໄດ້ພິສູດໃຫ້ເຫັນເຖິງ ເຄັດລັບແຫ່ງ “ການທ່ອງທ່ຽວຈີນ”.

 

ເຈົ້າຂອງບລອກຄົນອັງກິດຜູ້ໜຶ່ງໃນເວັບໄຊ ຢູທູບ ໄດ້ເດີນທາງໄປຕົວເມືອງໃຫຍ່ຂອງຈີນ, ກໍໄດ້ໄປເຂດຊິ່ນຈ່ຽງອີກ, ລາວປະຫຼາດໃຈທີ່ໄດ້ເຫັນວ່າ, ເຂດຊິ່ນຈ່ຽງທີ່ສື່ມວນຊົນປະເທດຕາເວັນຕົກໂຄສະນາວ່າເປັນນາຮົກໃນໂລກມະນຸດນັ້ນ, ແມ່ນມີຄວາມສະຫງົບສຸກ, ຊີວິດການເປັນຢູ່ມີຄວາມເປັນລະບຽບ, ຄຳເຫັນທີ່ປະກອບຢູ່ລຸ່ມວີດີໂອກໍໄດ້ເປີດເຜີຍຄຳຂີ້ຕົວະຂອງສື່ປະເທດຕາເວັນຕົກ.

 


ຫຼາຍຄົນທີ່ດຳລົງຊີວິດຢູ່ພາຍໃຕ້ໃນຂໍ້ມູນທີ່ສື່ປະເທດຕາເວັນຕົກເຈຕະນາປັ້ນແຕ່ງຂຶ້ນຢ່າງລະອຽດ, ດົນໄປກໍເກີດມີຈິນຕະນາການແບບຜິດພາດຕາຍຕົວຕໍ່ປະເທດຈີນ. ຖ້າຢາກແກ້ໄຂຄວາມອະຄະຕິຈາກປະເທດຕາເວັນຕົກຢ່າງສິ້ນເຊີງ, ອາດຈະບໍ່ແມ່ນບັນຫາທີ່ສາມາດແກ້ໄຂໄດ້ໃນມື້ໜຶ່ງຄືນດຽວ.

 

ຄວາມຈິງໃຈຈະເປັນພະລັງທີ່ເຂັ້ມແຂງທີ່ສຸດເພື່ອສະທ້ອນອາລົມຈິດຂອງຄົນ. ເຈົ້າຂອງບລອກຕ່າງປະເທດເຫຼົ່ານີ້ໄດ້ມາຮັບຮູ້ຈີນໂດຍຜ່ານການທ່ອງທ່ຽວທີ່ເປັນຮູບປະຈຳທີ່ສຸດ, ໃຊ້ປະສົບການຕົວຈິງເພື່ອກຳຈັດອຸປະສັກດ້ານຫາງສຽງຂອງສື່ປະເທດຕາເວັນຕົກ, ໄດ້ນຳເອົາຄວາມຮູ້ສຶກທີ່ແທ້ຈິງ ແລະ ສົດຊື່ນທີ່ສຸດໄປໃຫ້ແກ່ຜູ້ໃຊ້ອິນເຕີເນັດຕ່າງປະເທດ. ຫວັງວ່າເພື່ອນມິດຕ່າງປະເທດມາຢາມຈີນຕື່ມອີກ, ບໍ່ຕ້ອງສ້າງຈິນຕະນາການແບບຄັບແຄບ, ຫຼື ຫຼົງເຊື່ອຄວາມເວົ້າຂອງຜູ້ອື່ນ. ສິບປາກເວົ້າບໍ່ທໍ່ຕາເຫັນ, ຕ້ອງໄປສຳຜັດຕົວຈິງແລ້ວຈຶ່ງຈະຮັບຮູ້ຄວາມຈິງໄດ້.