ຈີນຮຽກຮ້ອງໃຫ້ບັນດາປະເທດຈົ່ງໃຊ້ນະໂຍບາຍສົ່ງອອກອາວຸດຍຸດໂທປະກອນຢ່າງມີຄວາມຮັບຜິດຊອບ

2024-06-19 11:31:38 cri


   ວັນທີ 18 ມິຖຸນານີ້ ໃນກອງປະຊຸມທີ່ກ່ຽວຂ້ອງກັບ “ໂຄງການການເຄື່ອນໄຫວ” ດ້ານອາວຸດຂະໜາດກາງແລະນ້ອຍຂອງອົງການສະຫະປະຊາຊາດ, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ບັນດາປະເທດຈົ່ງໃຊ້ນະໂຍບາຍສົ່ງອອກອາວຸດຍຸດໂທປະກອນຢ່າງມີຄວາມຮັບຜິດຊອບ ໂດຍບໍ່ຂາຍອາວຸດຍຸດໂທປະກອນໃຫ້ອົງການຈັດຕັ້ງທີ່ບໍ່ຂຶ້ນກັບປະເທດໃດ, ຂາຍອາວຸດຍຸດໂທປະກອນໃຫ້ເຂດທີ່ມີການປະທະກັນຢ່າງລະມັດລະວັງ, ອອກແຮງສຸດຂີດເພື່ອສະກັດກັ້ນບໍ່ໃຫ້ອາວຸດຍຸດໂທປະກອນໄຫຼເຂົ້າສູ່ຊ່ອງທາງຜິດກົດໝາຍ.

   ທ່ານເກີງສວງກ່າວຕື່ມວ່າ: ບັນຫາຄ້າຂາຍອາວຸດຍຸດໂທປະກອນຂະໜາດເບົາແລະນ້ອຍຢ່າງຜິດກົດໝາຍ ມັນກ່ຽວຂ້ອງເຖິງສັນຕິພາບແລະການພັດທະນາ, ການແກ້ໄຂບັນຫານີ້ຢ່າງເໝາະສົມ ແມ່ນມີຄວາມໝາຍສຳຄັນຕໍ່ການໂຈມຕີລັດທິກໍ່ການຮ້າຍແລະການກໍ່ອາດຊະຍະກຳຂ້າມຊາດທີ່ມີການຈັດຕັ້ງ, ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ, ຊຸກຍູ້ການພັດທະນາເສດຖະກິດແລະຄວາມກ້າວໜ້າທາງສັງຄົມຂອງບັນດາປະເທດ. ທ່ານເກີງສວງຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງໃຊ້ມາດຕະການຕົວຈິງເພື່ອຊຸກຍູ້ການພັດທະນາເສດຖະກິດແລະຄວາມໝັ້ນຄົງທາງສັງຄົມຂອງບັນດາປະເທດ, ລຶບລ້າງຕົ້ນເຫດທີ່ເຮັດໃຫ້ເກີດການປະທະກັນແລະຄວາມວຸ້ນວາຍ, ຮ່ວມແຮງຮ່ວມໃຈກັນຮັບມືກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງຂອງທົ່ວໂລກແລະພາກພື້ນ, ປ້ອງກັນບໍ່ໃຫ້ເກີດແຫຼ່ງປະທະກັນແຫ່ງໃໝ່.

   ທ່ານເກີງສວງກ່າວຕື່ມອີກວ່າ: ຈີນຍຶດໝັ້ນທັດສະນະສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເພື່ອຮ່ວມກັບບັນດາຝ່າຍທຳຄວາມພະຍາຍາມຢ່າງບໍ່ລົດລະໃນການຮ່ວມກັນສ້າງໂລກທີ່ມີສັນຕິພາບຖາວອນ, ມີຄວາມໝັ້ນຄົງທົ່ວໄປ ແລະຫ່າງໄກຈາກຄວາມຮຸນແຮງດ້ວຍກຳລັງອາວຸດ.