ວຽກງານຊີ່ຈ້າງແມ່ນວຽກງານພາຍໃນຂອງຈີນທັງໝົດ ບໍ່ອະນຸຍາດໃຫ້ອິດທິກຳລັງພາຍນອກແຊກແຊງ

2024-06-19 10:42:09 CRI

    ວັນທີ 18 ມິຖຸນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ກ່ຽວກັບຍັດຕິຂອງລັດຖະສະພາອາເມຣິກາ, ທ່ານລີນຈ້ຽນກ່າວວ່າ: ເຂດຊີ່ຈ້າງແມ່ນພາກສ່ວນໜຶ່ງຂອງປະເທດຈີນມາແຕ່ບູຮານນະການ, ວຽກງານຊີ່ຈ້າງແມ່ນວຽກງານພາຍໃນຂອງຈີນທັງໝົດ, ບໍ່ອະນຸຍາດໃຫ້ອິດທິກຳລັງພາຍນອກແຊກແຊງ. ປັດຈຸບັນ, ສະພາບທາງສັງຄົມຢູ່ເຂດຊີ່ຈ້າງມີຄວາມສະຫງົບ ແລະຄວາມກົມກຽວ, ເສດຖະກິດໄດ້ຮັບການພັດທະນາເປັນຢ່າງດີ, ຊິວິດການເປັນຢູ່ຂອງປະຊາຊົນມີຄວາມສຸກ, ເປີດໂສມໜ້າໃໝ່ທີ່ໝັ້ນຄົງຍາວນານ ແລະພັດທະນາດ້ວຍຄຸນນະພາບສູງຢ່າງບໍ່ຢຸດຢັ້ງ. ກົນອຸບາຍຂອງບຸກຄົນໃດໆ ຫຼືອິດທິກຳລັງໃດໆທີ່ຢາກເຮັດໃຫ້ຊີ່ຈ້າງເກີດຄວາມວຸ້ນວາຍ ເພື່ອສະກັດກັ້ນຈີນນັ້ນ ຍ່ອມຈະປະສົບຄວາມຫຼົ້ມແຫຼວ.


 

     ທ່ານລີນຈ້ຽນເນັ້ນໜັກວ່າ: ຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງເຄົາລົບຄຳໝັ້ນສັນຍາທີ່ “ຮັບຮອງຊີ່ຈ້າງແມ່ນພາກສ່ວນໜຶ່ງຂອງຈີນ,ບໍ່ສະໜັບສະໜູນຊີ່ຈ້າງເປັນເອກະລາດ”, ບໍ່ລົງນາມໃນຍັດຕິສະບັບດັ່ງກ່າວ.ຈີນຈະນຳໃຊ້ມາດຕະການຂັ້ນເດັດຂາດ ແລະ ແຂງແຮງ ເພື່ອຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງປະເທດຕົນ.