ຈີນ: ສິ່ງທີ່ນາໂຕຄວນເຮັດນັ້ນແມ່ນສຳຫຼວດຕົນເອງ ຫາກບໍ່ແມ່ນໃສ່ຮ້າຍປ້າຍສີຈີນຕາມລຳພັງໃຈ

2024-06-19 11:30:10 cri


    ວັນທີ 18 ມິຖຸນານີ້ ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ ຫຼືນາໂຕ ກ່າວຖ້ອຍຄວາມກ່ຽວກັບຈີນໃນບັນຫາການປະທະກັນລະຫວ່າງຣັດເຊຍ-ອູແກຣນ.

   ຕໍ່ກັບເລື່ອງນີ້,ທ່ານລີນຈ້ຽນຕອບວ່າ: ນາໂຕໃນຖານະເປັນຜົນຜະລິດຈາກສົງຄາມເຢັນ ແລະເປັນກຸ່ມການທະຫານໃຫຍ່ກວ່າໝູ່ໃນໂລກ, ເປັນຕົວລະຄອນແບບໃດໃນວິກິດການອູແກຣນ ປະຊາຄົມໂລກແມ່ນມີຄວາມຮັບຮູ້ດີໂດຍທົ່ວໄປແລ້ວ. ສິ່ງທີ່ນາໂຕຄວນເຮັດນັ້ນແມ່ນສຳຫຼວດຕົນເອງ ຫາກບໍ່ແມ່ນໃສ່ຮ້າຍປ້າຍສີຈີນຕາມລຳພັງໃຈ. ຈີນບໍ່ແມ່ນຝ່າຍທີ່ກ່ຽວຂ້ອງກັບວິກິດການອູແກຣນ, ແຕ່ແມ່ນຝ່າຍທີ່ໄດ້ອອກແຮງສຸດຂີດຢ່າງສະເໝີຕົ້ນສະເໝີປາຍເພື່ອຊຸກຍູ້ໃຫ້ຈັດການເຈລະຈາສັນຕິພາບ, ຫຼັກໝັ້ນຍຸຕິທຳ, ພາວະວິໄສ ແລະບົດບາດທີ່ມີລັກສະນະສ້າງສັນຂອງຈີນ ໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກປະຊາຄົມໂລກ. ຈີນທວງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງຍຸດຕິການໂຍນຖິ້ມໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະຈົງໃຈຍຸແຫຍ່ແບ່ງແຍກກັນ, ຢ່າສູ່ເທນ້ຳມັນໃສ່ການປະທະກັນຢູ່ພາກພື້ນ ແລະກໍ່ການເປັນປໍລະປັກກັນລະຫວ່າງຄ້າຍ, ຕ້ອງເຮັດເລື່ອງຕົວຈິງໃຫ້ແກ່ການແກ້ໄຂວິກິດການດ້ວຍວິທີທາງການເມືອງ.