ວິສາຫະກິດຈີນຊ່ວຍຊຸກຍູ້ການພັດທະນາເສດຖະກິດພາກເໜືອຂອງລາວ ດ້ວຍໂຄງການປູກພືດທົດແທນການປູກຝິ່ນ

2024-06-20 17:00:10 cri

ໃນ 10 ກວ່າປີກ່ອນ, ຊາວບ້ານຢູ່ແຂວງຜົ້ງສາລີ ແລະ ແຂວງຫຼວງນ້ຳທາ ທາງພາກເໜືອຂອງລາວຍັງຕົກທຸກໄດ້ຍາກທີ່ມີມາເປັນເວລາດົນນານ, ຫຼາຍບ້ານໃນສອງແຂວງດັ່ງກ່າວເຄີຍປູກຝິ່ນແບບຜິດກົດໝາຍຢ່າງແຜ່ຫຼາຍ. ປັດຈຸບັນ, ຄຽງຄູ່ກັບວິສາຫະກິດຈີນເຂົ້າໄປສ້າງພາລະກິດ ແລະ ເຊື່ອມໂຍງເຂົ້າຊີວິດເສດຖະກິດຂອງທ້ອງຖິ່ນເຫຼົ່ານີ້ຢ່າງເລິກເຊິ່ງ, ເຂົາເຈົ້າໄດ້ຊຸກຍູ້ການປູກພືດທົດແທນ ແລະ ໄດ້ຊຸກຍູ້ການພັດທະນາເສດຖະກິດຢູ່ພາກເໜືອຂອງລາວ.


ໃນຊຸມປີຜ່ານມາ, ຄຽງຄູ່ກັບການຮ່ວມມືໃນຂົງເຂດປູກພືດທົດແທນການປູກຝິ່ນລະຫວ່າງຈີນກັບລາວໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການປູກພືດທົດແທນ ໃນແຕ່ກ່ອນ ໄດ້ພະຍາຍມາເປັນການພັດທະນາອຸດສາຫະກຳທີ່ລວມທັງການປຸງແຕ່ງຜະລິດຕະພັນຢ່າງລະອຽດ ແລະ ການນຳໃຊ້ແບບສັງລວມ. ໂດຍສະເພາະແມ່ນຢູ່ພາກເໜືອຂອງລາວໄດ້ພັດທະນາເປັນອຸດສາຫະກຳທົດແທນ ທີ່ລວມທັງການປູກຢາງພາລາ, ອຸດສາຫະກຳປຸງແຕ່ງເບື້ອງຕົ້ນ ແລະ ອຸດສາຫະກຳປຸງແຕ່ງຢາງພາລາເປັນຜະລິດຕະພັນສຳເລັດຮູບ. ນອກຈາກອຸດສາຫະກຳຢາງພາລາແລ້ວ ຍັງໄດ້ພັດທະນາອຸດສາຫະກຳທີ່ມີສ່ວນກ່ຽວຂ້ອງກັບຢາງພາລາຕ່າງໆ ເຊັ່ນ: ຢາຂ້າສັດຕູພືດ, ປຸຍເຄມີ, ການຈໍລະຈອນສິນຄ້າ, ການຈຳໜ່າຍ, ການຄົ້ນຄວ້າວິທະຍາສາດ, ການສຶກສາແລະເຝິກອົບຮົມ ແລະອື່ນໆ.

ວິສາຫະກິດຈີນພັດທະນາໂຄງການປູກພືດທົດແທນໄດ້ສະໜອງວຽກເຮັດງານທຳໃຫ້ແກ່ຊາວບ້ານໃນທ້ອງຖິ່ນ ແລະ ໄດ້ຍົກສູງລາຍຮັບຂອງຊາວບ້ານໃຫ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ວິສາຫະກິດຈີນໄດ້ຈ້າງຊາວບ້ານໃນທ້ອງຖິ່ນເປັນຈຳນວນຫຼວງຫຼາຍໃນການກ້າເບ້ຍ, ບຸກເບີນທີ່ດິນປູກພືດ ແລະ ການບົວລະບັດ. ພຽງແຕ່ຢູ່ແຂວງຫຼວງນ້ຳທາ, ກໍໄດ້ສະໜອງຕຳແໜ່ງງານໃຫ້ແກ່ຊາວບ້ານໃນທ້ອງຖິ່ນໃນການສ້າງສູນປູກຢາງພາລາ 6.000 ກວ່າຕຳແໜ່ງ, ໄດ້ຈ້າງກຳມະກອນຊົ່ວຄາວເຖິງ 100.000 ກວ່າເທື່ອຄົນ ແລະ ຈ່າຍຄ່າແຮງງານທັງໝົດຫຼາຍກວ່າ 100 ລ້ານຢວນ. ໃນຂະນະທີ່ປູກຢາງພາລາ ແລະ ຄຸ້ມຄອງສວນຢາງນັ້ນ, ວິສາຫະກິດຈີນຍັງໄດ້ສົ່ງເສີມໃຫ້ຊາວບ້ານໃນທ້ອງຖິ່ນປູກສາລີ, ເຂົ້າໄຮ່ ແລະ ພືດເສດຖະກິດອື່ນໆຢູ່ໃນສວນຢາງພາລາໄປພ້ອມ ເຊິ່ງໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ້ນໃຫ້ດີຂຶ້ນຢ່າງຫຼວງຫຼາຍ ແລະ ສ້າງລາຍໄດ້ໄລຍະຍາວໝັ້ນຄົງໃຫ້ແກ່ປະຊາຊົນທ້ອງຖິ່ນ.


ນອກຈາກນີ້ແລ້ວ, ວິສາຫະກິດຈີນຍັງໄດ້ສຸມໃສ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນ. ເຊັ່ນ: ໃນຂະນະທີ່ກຸ່ມບໍລິສັດໜົງເຄິນຢຸນນານພັດທະນາອຸດສາຫະກຳປູກພືດທົດແທນແລ້ວ, ຍັງໄດ້ອອກທຶນຫຼາຍກວ່າ 24 ລ້ານຢວນ ເພື່ອປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການສາທາລະນະຂອງທ້ອງຖິ່ນໃຫ້ດີຂຶ້ນ ຄື: ໄດ້ສ້າງທາງຫຼວງ, ຂົວ, ໂຄງການນ້ຳດື່ມ, ຫ້ອງກວດພະຍາດ, ຫ້ອງບຳບັດຜູ້ຕິດຢາເສບຕິດ, ເດີ່ນບານບ້ວງ ແລະ ໂຮງຮຽນປະຖົມ ຢູ່ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ.

ນອກນີ້, ວິສາຫະກິດຈີນຍັງໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ອົງການປາບປາມຢາເສບຕິດລາວ ເພື່ອດຳເນີນວຽກງານປາບປາມຢາເສບຕິດ, ດຳເນີນການເຝິກອົບຮົມຟື້ນຟູສຸຂະພາບຫຼັງເລີກຢາ ແລະ ດຳເນີນການໂຄສະນາເຜີຍແຜ່ການສຶກສາແລະປາບປາມຢາເສບຕິດໄດ້ຮ້ອຍກວ່າເທື່ອ ເຊິ່ງໄດ້ຊ່ວຍຫ້ຜູ້ເສບຢາເກືອບພັນຄົນໄດ້ດຳເນີນການຟື້ນຟູສຸຂະພາບຫຼັງເລີກຢາ.


ສິ່ງທີ່ຄວນເອົາໃຈໃສ່ນັ້ນກໍຄື: ຄຽງຄູ່ກັບ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ເລີ່ມມີຜົນບັງຄັບໃຊ້ ແລະ ທາງລົດໄຟຈີນ-ລາວເປີດບໍລິການຢ່າງເປັນທາງການ, ໄດ້ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບອາຊຽນ ແລະ ກໍໄດ້ສ້າງໂອກາດໃໝ່ໃຫ້ແກ່ການປູກພືດທົດແທນ.

ແຕ່ກ່ອນ, ບາງເຂດທາງພາກເໜືອຂອງລາວເຄີຍໄດ້ປູກຝິ່ນທີ່ເປັນບໍລິເວນກວ້າງຂວາງ, ແຕ່ປັດຈຸບັນ, ໄຮ່ປູກຝິ່ນໄດ້ກາຍເປັນສວນຢາງພາລາ ແລະ ສວນພືດເສດຖະກິດຕ່າງໆ ທີ່ຂຽວອຸ່ມທຸ່ມ. ການຮ່ວມມືດ້ານການປູກພືດທົດແທນລະຫວ່າງຈີນກັບປະເທດອ້ອມຂ້າງ ບໍ່ພຽງແຕ່ໄດ້ຫຼຸດໄພອັນຕະລາຍຈາກຢາເສບຕິດເທົ່ານັ້ນ ຍັງໄດ້ປັບປຸງເງື່ອນໄຂການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນອີກດ້ວຍ ເຊິ່ງໄດ້ຊຸກຍູ້ການພັດທະນາຂອງເສດຖະກິດທ້ອງຖິ່ນໃຫ້ດີຂຶ້ນ.