ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳອັນສຳຄັນຕໍ່ວຽກງານການຕ້ານແລ້ງຕ້ານຖ້ວມ

2024-06-20 16:21:57 cri

 

    ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳອັນສຳຄັນຕໍ່ວຽກງານການຕ້ານແລ້ງຕ້ານຖ້ວມ.

    ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ໄລຍະມໍ່ໆມານີ້, ຫຼາຍພື້ນທີ່ຢູ່ພາກໃຕ້ຂອງຈີນເກີດຝົນຕົກໜັກຢ່າງຕໍ່ເນື່ອງ, ເກີດໄພນ້ຳຖ້ວມ ແລະ ໄພພິບັດທຳມະຊາດ, ເຮັດໃຫ້ປະຊາຊົນເສຍຊີວິດ ແລະ ບາດເຈັບ, ມີຜົນເສຍຫາຍດ້ານຊັບສິນ, ສ່ວນພື້ນທີ່ຈຳນວນໜຶ່ງຢູ່ພາກເໜືອຂອງຈີນໄດ້ເກີດໄພແຫ້ງແລ້ງ.

    ທ່ານສີຈິ້ນຜິງຮຽກຮ້ອງໃຫ້ຕ້ອງສຸມກຳລັງເຂົ້າໃນການຮັບມືກັບໄພພິບັດຢ່າງສຸດຄວາມສາມາດ, ຊອກຫາທຸກວິທີທາງເພື່ອກອບກູ້ປະຊາຊົນທີ່ຕົກຄ້າງ ແລະ ການຕິດຕໍ່ຖືກຕັດຂາດ, ຈັດສັນປະຊາຊົນທີ່ປະສົບໄພເປັນຢ່າງດີ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍດ້ານການຜະລິດ ແລະ ການດຳລົງຊີວິດໃຫ້ເປັນປົກກະຕິ, ພະຍາຍາມຫຼຸດຜ່ອນຜົນເສຍຫາຍຈາກໄພພິບັດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ຄວາມໝັ້ນທ່ຽງຂອງສະພາບລວມໃນສັງຄົມ.