ຟິລິບປິນຕ້ອງຫຼຸດຄວາມບ້າບິ່ນຢູ່ທະເລຈີນໃຕ້

2024-06-20 14:30:42 CRI


ຟິລິບປິນໄດ້ທ້າທາຍເກາະຜິດນັບມື້ນັບຮຸນແຮງຂຶ້ນຢູ່ທະເລຈີນໃຕ້. ອີງຕາມການລາຍງານຂອງອົງການຕຳຫຼວດທະເລຈີນ, ວັນທີ 17 ມິຖຸນານີ້, ຟິລິບປິນໄດ້ສົ່ງເຮືອລຳລຽງ 1 ລຳ ແລະ ເຮືອຢາງ 2 ລຳ ລ່ວງເຂົ້າເຂດທະເລຫາດຕື້ນເຢິນອ້າຍໝູ່ເກາະນານຊ່າຂອງຈີນຢ່າງຜິດກົດໝາຍ, ໂດຍເຈຕະນາສົ່ງວັດຖຸເຂົ້າໄປໃຫ້ກຳປັ່ນຮົບທີ່ຕັ້ງໃຈເຂົ້າໄປຄ້າງຢູ່ຫາດຢ່າງຜິດກົດໝາຍ. ໃນໄລຍະນັ້ນ, ເຮືອລຳລຽງຂອງປິລິບປິນຕັ້ງແກ້ງເຂົ້າໃກ້ ແລະ ຕຳເຮືອຝ່າຍຈີນທີ່ເດີນເຮືອຕາມເປັນປົກກະຕິ.

 

ນັກວິເຄາະຊີ້ອອກວ່າ, ເມື່ອທຽບໃສ່ການກະທຳຂອງຟິລິບປິນໃນເມື່ອກ່ອນແລ້ວ, ການລ່ວງລ້ຳ ແລະທ້າທາຍເກາະຜິດຂອງຟິລິບປິນໃນວັນທີ 17 ມິຖຸນານີ້ມີຄວາມແຕກຕ່າງກັນຢ່າງພົ້ນເດັ່ນ, ຄື ການດຳເນີນການຂົນສົ່ງວັດຖຸໄປສູ່ຫາດຕື້ນເຢີນອ້າຍຄັ້ງນີ້ແມ່ນກອງທັບຟິລິບປິນ ຫາກບໍ່ແມ່ນເຈົ້າໜ້າທີ່ຕຳຫຼວດທະເລໃນເມື່ອກ່ອນ. ນີ້ສະແດງໃຫ້ເຫັນວ່າ, ຟິລິບປິນທ້າທາຍເກາະຜິດຢູ່ເຂດທະເລຈີນໃຕ້ນັ້ນໄດ້ບ່ວງບ້າຂຶ້ນເປັນກ້າວໆ.

 

ວັນທີ 15 ມິຖຸນານີ້, ຟິລິບປິນປະກາດວ່າໄດ້ຍື່ນຮ່າງຂີດແບ່ງຊາຍແດນໄຫຼ່ທະວີບຊັ້ນນອກຂອງທະເລຈີນໃຕ້ໃຫ້ຄະນະກຳມະການຂອບເຂດໄຫຼ່ທະວີບ, ໂດຍອ້າງວ່າ ຈະອີງໃສ່ “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍກົດໝາຍທະເລ”, ສະແຫວງຫາສິດສະເພາະຂອງຕົນໃນການບຸກເບີກຊັບພະຍາກອນທຳມະຊາດຢູ່ເຂດທະເລນີ້. ຟິລິບປິນຍື່ນຮ່າງຂີດແບ່ງໄຫຼ່ທະວີບຊັ້ນນອກຂອງທະເລຈີນໃຕ້ ແຕ່ຝ່າຍດຽວ, ໄດ້ລ່ວງລ້ຳອະທິປະໄຕ ແລະ ສິດຄຸ້ມຄອງຂອງຈີນ, ລະເມີດກົດໝາຍສາກົນ ເຊິ່ງລວມທັງ “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍກົດໝາຍທະເລ”, ພ້ອມທັງໄດ້ລະເມີດຂໍ້ກຳນົດທີ່ກ່ຽວຂ້ອງຂອງ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້”.

 

ກ່ຽວກັບບັນຫາທະເລຈີນໃຕ້, ຈີນມີທ່າທີຢ່າງຈະແຈ້ງມາໂດຍຕະຫຼອດ ຄື: ຍຶດໝັ້ນເປິກສາຫາລື ແລະ ເຈລະຈາກັບປະເທດທີ່ກ່ຽວຂ້ອງໂດຍກົງເພື່ອແກ້ໄຂຄວາມຂັດແຍ້ງທີ່ກ່ຽວກັບທະເລຢ່າງເໝາະສົມ, ພ້ອມທັງຈະຕອບໂຕ້ຄືນຢ່າງເດັດດ່ຽວຕໍ່ການທ້າທາຍເກາະຜິດ ແລະ ລ່ວງລ້ຳສິດທາງທະເລໃນທຸກຮູບແບບ. ບໍ່ວ່າບຸກຄົນຈຳນວນໜຶ່ງຂອງຟິລິບປິນຈະຫາເລື່ອງໃດໆໃນຕໍ່ໜ້າອີກ, ກໍຈະປະສົບຄວາມປະລາໄຊຢ່າງແນ່ນອນ.