ຣັັດເຊຍ ກັບ ສປປເກົາຫຼີເຊັນສັນຍາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ

2024-06-20 11:24:20 CRI

     ວັນທີ 19 ມິຖຸນານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ກັບ ທ່ານກິມເຈິງອຸນ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກແຮງງານເກົາຫຼີ ປະທານຄະນະກຳມະການແຫ່ງລັດສປປເກົາຫຼີໄດ້ເຊັນສັນຍາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຢູ່ນະຄອນຫຼວງພຽງຢາງ.


 

    ທ່ານປູຕິນກ່າວວ່າ: ສັນຍາສະບັບນີ້ມີຄວາມໝາຍສຳຄັນທີ່ສຸດ,ຈະກາຍເປັນພື້ນຖານທີ່ຂະຫຍາຍການພົວພັນລະຫວ່າງສອງປະເທດຕື່ມອີກໃນອະນາຄົດ.

 

    ທ່ານກິມເຈິງອຸນກ່າວວ່າ: ສັນຍາລະຫວ່າງສປປເກົາຫຼີ-ຣັດເຊຍຈະເລັ່ງລັດການສ້າງໂລກໃໝ່ທີ່ມີຫຼາຍຂົ້ວ. ທ່ານຍັງກ່າວຕື່ມວ່າ: ການພົວພັນລະຫວ່າງສປປເກົາຫຼີ ກັບ ຣັດເຊຍໄດ້ຍົກສູງຂຶ ້ນເຖິງລະດັບເປັນພັນທະມິດແລ້ວ.

 

    ອີງຕາມສັນຍາທີ່ສອງປະເທດໄດ້ເຊັນກັນ, ເມື່ອຝ່າຍໜຶ່ງຖືກຮຸກຮານຈາກປະເທດອື່ນ, ອີກຝ່າຍຕ້ອງສະໜອງການຊ່ວຍເຫຼືອ.