ສເກົາຫຼີປະກາດເຂົ້າສູ່“ພາວະສຸກເສີນດ້ານປະຊາກອນຂອງປະເທດ”

2024-06-20 17:26:05 cri


   ວັນທີ 19 ມິຖຸນານີ້, ທ່ານ ຢຸນຊົກເຢວ ປະທານາທິບໍດີສເກົາຫຼີປະກາດເຂົ້າສູ່“ພາວະສຸກເສີນດ້ານປະຊາກອນຂອງປະເທດ”ຢ່າງເປັນທາງການ, ໂດຍຈະເລີ່ມນຳໃຊ້ລະບົບຮັບມືສຸກເສີນ, ຈົນຮອດແກ້ໄຂບັນຫາອັດຕາການເກີດຕ່ຳ.

   ທ່ານຢຸນຊົກເຢວຊີ້ອອກວ່າ: ບັນຫາທີ່ເປັນພື້ນຖານແລະມີຜົນຮ້າຍຫຼາຍກວ່າໝູ່ ແມ່ນອັດຕາການເກີດຕ່ຳ ເຮັດໃຫ້ເກີດວິກິດການດ້ານປະຊາກອນ. ເພື່ອຮັບມືກັບບັນຫານີ້, ສເກົາຫຼີຈະວາງແຜນຍຸດທະສາດພັດທະນາແຫ່ງຊາດໄລຍະກາງແລະໄລຍະຍາວກ່ຽວກັບປະຊາກອນ ເຊິ່ງລວມທັງອັດຕາການເກີດຕ່ຳ, ສັງຄົມຜູ້ອາຍຸສູງແລະນະໂຍບາຍຍົກຍ້າຍມາຈາກຕ່າງປະເທດ.

   ໃນຫຼາຍປີມໍ່ໆມານີ້, ໃນສັງຄົມສເກົາຫຼີ ກໍລະນີແຕ່ງດອງຊ້າຫຼືບໍ່ແຕ່ງດອງເລີຍແມານເພີ່ມຂຶ້ນຫຼາຍ, ເຮັດໃຫ້ມີປະຊາກອນຜູ້ອາຍຸສູງຫຼາຍຂຶ້ນ, ອັດຕາການເກີດຕ່ຳຫຼາຍ ແລະບັນຫາອື່ນໆ. ຕາມການຄາດຄະເນຕໍ່ອັດຕາການເກີດໃນປັດຈຸບັນຂອງອົງການສະຖິຕິສເກົາຫຼີສະແດງໃຫ້ເຫັນວ່າ: ໃນ 50 ປີຂ້າງໜ້າ, ປະຊາກອນສເກົາຫຼີຈະຫຼຸດລົງຍັງເຫຼືອປະມານ 36,2 ລ້ານຄົນ, ໃນນັ້ນຈະມີເກືອບເຄິ່ງໜຶ່ງແມ່ນຜູ້ເຖົ້າອາຍຸ 65 ປີຂຶ້ນໄປ, ຮອດເວລານັ້ນ ສເກົາຫຼີຈະເຂົ້າສູ່ສັງຄົມທີ່ມີຜູ້ອາຍຸສູງຫຼາຍເກີນໄປ.