ຈີນສຸມໃສ່ຊຸກຍູ້ການສ້າງກອງທັບດ້ວຍການເມືອງບົນຂະບວນການໃໝ່

2024-06-20 10:56:33 CRI

 


   ກອງປະຊຸມວຽກງານການເມືອງຄະນະກຳມະການການທະຫານສູນກາງຈີນໄດ້ຈັດຂຶ້ນລະຫວ່າງວັນທີ17-19ມິຖຸນານີ້ຢູ່ນະຄອນຢຽນອ່ານແຂວງສ້ານຊີ. ໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເນັ້ນໜັກໃຫ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທິດທາງຍຸດທະສາດການສ້າງກອງທັບດ້ວຍການເມືອງໃນຍຸກໃໝ່ເພື່ອສະໜອງການຮັບປະກັນດ້ານການເມືອງອັນເຂັ້ມແຂງໃຫ້ແກ່ພາລະກິດສ້າງກອງທັບໃຫ້ເຂັ້ມແຂງ.

   


ອະນຸສອນສະຖານຈັດກອງປະຊຸມກອງທັບປະຊາຊົນຂອງຈີນໃນສະໄໝປະຕິວັດ

ເມື່ອ10ປີກ່ອນ, ທ່ານປະທານສີຈິ້ນຜິງໄດ້ຕັດສິນໃຈຮຽກໄຂກອງປະຊຸມວຽກງານການເມືອງທົ່ວກອງທັບຢູ່ຕາແສງກູຖຽນແຂວງຟູຈ້ຽນ. ກອງປະຊຸມສອງຄັ້ງນີ້ມີຫົວຂໍ້ຫຼັກອັນດຽວກັນຄື: ສຸມໃສ່ວຽກງານການເມືອງ. ທ່ານສີຈິ້ນຜິງເຄີຍກ່າວວ່າ: “ການສ້າງກອງທັບດ້ວຍການເມືອງ ເປັນພື້ນຖານແຫ່ງການສ້າງກອງທັບຂອງພວກເຮົາ, ບໍ່ວ່າເວລາໃດ,ໃນສະພາບການໃດກໍຕາມກໍບໍ່ໃຫ້ລົດລະແມ່ນແຕ່ໜ້ອຍດຽວ.”

 



ອະນຸສອນສະຖານຈັດກອງປະຊຸມກອງທັບປະຊາຊົນຂອງຈີນໃນສະໄໝປະຕິວັດ

ຢູ່ບົນຂະບວນການໃໝ່, ຄວນຊຸກຍູ້ການສ້າງກອງທັບດ້ວຍການເມືອງຄືແນວໃດ? ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ຕ້ອງກຳແໜ້ນວຽກຈຸດສຸມ 6 ດ້ານໃຫ້ດີ ຄື: ເພີ່ມທະວີສະຕິຕື່ນຕົວ ແລະ ລັກສະນະການດັດສ້າງແນວຄິດຢ່າງສິ້ນເຊິງ, ຍົກສູງຄວາມສາມາດດ້ານການນຳພາ, ຄວາມສາມາດດ້ານການຈັດຕັ້ງ ແລະ ຄວາມສາມາດດ້ານການປະຕິບັດງານຂອງການຈັດຕັ້ງພັກ, ເພີ່ມທະວີການກໍ່ສ້າງຖັນແຖວພະນັກງານ, ກຳຈັດສະພາບແວດລ້ອມແລະ ເງື່ອນໄຂແຫ່ງການເກີດຂຶ້ນຂອງປາກົດການສໍ້ລາດບັງຫຼວງ, ກະຕຸກຊຸກຍູ້ຈິດໃຈຫ້າວຫັນໃນການເຮັດວຽກ ແລະ ສ້າງສາພາລະກິດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດ້ານວຽກງານການເມືອງ.

 

ກອງປະຊຸມສຳຄັນສອງຄັ້ງດັ່ງກ່າວທີ່ຈັດຂຶ້ນໃນຮອບ10ປີຜ່ານມານີ້ ລ້ວນແຕ່ມີຄວາມສຳຄັນທີ່ເປັນນິມິດໝາຍໃນປະຫວັດສາດຂອງກອງທັບປະຊາຊົນຂອງຈີນ, ເຊິ່ງໄດ້ຊີ້ທິດເຍືອງທາງອັນຈະແຈ້ງໃຫ້ແກ່ການແກ້ໄຂບັນຫາສຳຄັນກ່ຽວກັບການຊຸກຍູ້ການສ້າງກອງທັບດ້ວຍການເມືອງບົນຂະບວນການໃໝ່ໃນຍຸກໃໝ່.