ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງງານເອັກສ໌ໂປຣອຸດສາຫະກຳປັນຍາປະດິດໂລກປີ 2024

2024-06-20 11:15:49 CRI


    ວັນທີ 20 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງງານເອັກສ໌ໂປຣອຸດສາຫະກຳປັນຍາປະດິດໂລກປີ2024. 


    ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ປັນຍາປະດິດແມ່ນກຳລັງຂັບເຄື່ອນອັນສຳຄັນຂອງການປະຕິວັດເຕັກໂນໂລຊີ ແລະ ການປ່ຽນແປງອຸດສາຫະກຳ, ຈະສ້າງຜົນສະທ້ອນຢ່າງເລິກເຊິ່ງຕໍ່ການພັດທະນາເສດຖະກິດສັງຄົມໃນທົ່ວໂລກ ແລະ ຄວາມກ້າວໜ້າດ້ານອະລິຍະທຳຂອງມວນມະນຸດ. ຈີນເອົາໃຈໃສ່ຕໍ່ການພັດທະນາປັນຍາປະດິດໃນລະດັບສູງ, ຕັ້ງໜ້າຊຸກຍູ້ອິນເຕີເນັດ, ຖານຂໍ້ມູນໃຫຍ່, ປັນຍາປະດິດ ແລະ ເສດຖະກິດຕົວຈິງໃຫ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ອົບຮົມ ແລະ ພັດທະນາອຸດສາຫະກຳອັດສະລິຍະ, ເລັ່ງລັດພັດທະນາກຳລັງການຜະລິດຄຸນນະພາບໃໝ່,ສະໜອງພະລັງແຮງໃໝ່ເຂົ້າໃນການພັດທະນາດ້ວຍຄຸນນະພາບສູງ. ຈີນຍິນດີຮ່ວມກັບບັນດາປະເທດຢູ່ໃນໂລກ, ກຳເອົາໂອກາດການພັດທະນາຫັນເປັນແບບດີຈີຕອນ, ຫັນເປັນແບບເຄືອຂ່າຍ ແລະ ຫັນເປັນແບບອັດສະລິຍະ,ລົງເລິກການຮ່ວມມືສາກົນໃນການພັດທະນາ ແລະ ຄຸ້ມຄອງປັນຍາປະດິດ,ທຳຄວາມພະຍາຍາມ ເພື່ອຊຸກຍູ້ປັນຍາປະດິດພັດທະນາໄປຢ່າງປອດໃສ,ຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕ ແລະ ເພີ່ມຄວາມສຸກໃຫ້ແກ່ປະຊາຊົນປະເທດຕ່າງໆ.


    ງານເອັກສ໌ໂປຣອຸດສາຫະກຳປັນຍາປະດິດໂລກປີ 2024 ຮ່ວມກັນຈັດຂຶ້ນໂດຍອົງການປົກຄອງນະນອນທຽນສິນ ແລະ ອົງການປົກຄອງນະຄອນຈຸ່ງກິງຂອງຈີນ, ໄຂຂຶ້ນຢູ່ນະຄອນທຽນສິນໃນວັນທີ 20 ມິຖຸນານີ້.