ຈີນ: ອາເມຣິກາລົບກວນຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດແລະການສະໜອງທົ່ວໂລກ ໃນທີ່ສຸດຈະສ້າງຜົນຮ້າຍໃຫ້ແກ່ຕົນເອງ

2024-06-20 17:21:38 cri


    ວັນທີ 19 ມິຖຸນານີ້ ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບປະເທດຈຳນວນໜ້ອຍ ເຊັ່ນ:ອາເມຣິກາໄດ້ດຳເນີນການຈຳກັດຮອບໃໝ່ຕໍ່ຂະແໜງເຊມີຄອນດັກເຕີ ຂອງຈີນ ລວມທັງຈຳກັດຄວາມສາມາດທີ່ຜະລິດຊິບສະສົມລະດັບສູງທີ່ຕ້ອງການໃຊ້ໃນທາງAIຂອງຈີນ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

   ທ່ານລີນຈ້ຽນຕອບວ່າ: ຈີນຄັດຄ້ານອາເມຣິກາທີ່ກໍ່ການເປັນປໍລະປັກກັນລະຫວ່າງຄ້າຍຢ່າງເດັດຂາດ, ຈົນເຮັດໃຫ້ແຜ່ລາມໄປສູ່ຂົງເຂດເສດຖະກິດການຄ້າແລະວິທະຍາສາດເຕັກໂນໂລຊີ, ຂົ່ມຂູ່ປະເທດອື່ນບີບຮັດອຸດສາຫະກຳເຊມີຄອນດັກເຕີຂອງຈີນ. ການກະທຳຂອງອາເມຣິກາ ທາດແທ້ແລ້ວແມ່ນເພື່ອປ້ອງກັນຄວາມເປັນມະຫາອຳນາດຂອງຕົນ, ຕັດສິດການພັດທະນາທີ່ເປັນທຳຂອງຈີນ, ຜູກຂາດໃນຂົງເຂດຂັ້ນສູງຂອງຕ່ອງໂສ້ຄຸນຄ່າ, ລົບກວນຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດແລະການສະໜອງທົ່ວໂລກ, ການກະທຳແບບນີ້ໄດ້ສະກັດກັ້ນການພັດທະນາອຸດສາຫະກຳເຊມີຄອນດັກເຕີຂອງທົ່ວໂລກຢ່າງໜັກໜ່ວງ, ໃນທີ່ສຸດຈະສ້າງຜົນຮ້າຍໃຫ້ແກ່ຕົນເອງ, ທຳລາຍຜົນປະໂຫຍດຂອງຄົນອື່ນ ແຕ່ຕົນເອງກໍບໍ່ໄດ້ຜົນຫຍັງຄືກັນ. ຫວັງວ່າປະເທດທີ່ກ່ຽວຂ້ອງຈະຮູ້ຈັກຄວາມຖືກຕ້ອງແລະຄວາມຜິດພາດ, ເດັດດ່ຽວສະກັດກັ້ນໄພຂົ່ມຂູ່, ພ້ອມກັນປົກປັກຮັກສາລະບຽບເສດຖະກິດການຄ້າສາກົນທີ່ຍຸຕິທຳແລະເປີດປະຕູສູ່ພາຍນອກ, ປ້ອງກັນຜົນປະໂຫຍດອັນຍາວນານຂອງຕົນ.