ທ່ານສີຈິ້ນຜິງເນັ້ນໜັກວ່າ: ຕ້ອງສືບຕໍ່ຊຸກຍູ້ການອະນຸລັກລະບົບນິເວດ ແລະ ການພັດທະນາທີ່ມີຄຸນນະພາບສູງຂອງພູພຽງຊີງໄຫ-ຊີ່ຈ້າງ

2024-06-20 16:24:13 cri

 

    ໃນເວລາລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊີ່ງໄຫໃນຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນເນັ້ນໜັກວ່າ: ແຂວງຊີ່ງໄຫຕ້ອງຕັ້ງໜ້າຈັດຕັ້ງປະຕິບັດຕາມການຈັດສັນ ແລະ ວາງແຜນຂອງສູນກາງພັກ, ເສີມຂະຫຍາຍທ່າແຮງຂອງຕົນຢ່າງເຕັມທີ່, ຍຶດໝັ້ນການລົງເລິກການປະຕິຮູບ, ເປີດກວ້າງການເປີດປະຕູສູ່ພາຍນອກ, ຍຶດໝັ້ນການຖືເອົາລະບົບນິເວດເປັນບຸລິມະສິດ, ພັດທະນາຕາມທິດສີຂຽວ, ຍຶດໝັ້ນຄວາມສາມັກຄີຂອງບັນດາເຜົ່າ, ສ້າງຄວາມຮັ່ງມີພ້ອມກັນ, ປະສົບຄວາມຄືບໜ້າໃຫຍ່ກວ່າເກົ່າໃນການຊຸກຍູ້ການອະນຸລັກລະບົບນິເວດ ແລະ ການພັດທະນາທີ່ມີຄຸນນະພາບສູງຂອງພູພຽງຊີງໄຫ-ຊີ່ຈ້າງ, ສຸມຄວາມພະຍາຍາມເຂົ້າໃນການຂຽນໜ້າໃໝ່ໃນປຶ້ມປະຫວັດສາດຄວາມທັນສະໄໝແບບຈີນ.