ອິດສະຣາແອນຖືກສົງໄສນຳໃຊ້ລະເບີດໜັກຫຼາຍຄັ້ງຢູ່ເຂດກາຊາເຮັດໃຫ້ປະຊາຊົນເສຍຊີວິດ ແລະ ບາດເຈັບ ອາດຈະລະເມີດກົດໝາຍວ່າດ້ວຍສົງຄາມເທື່ອແລ້ວເທື່ອອີກ

2024-06-20 15:36:26 cri

 



    ວັນທີ 19 ມິຖຸນານີ້, ສຳນັກງານຂ້າຫຼວງໃຫຍ່ເພື່ອສິດທິມະນຸດອົງການສະຫະປະຊາຊາດໄດ້ເປີດເຜີຍບົດລາຍງານຢູ່ນະຄອນເຊີແນວປະເທດສະວິສ , ໂດຍໄດ້ສົງໄສກອງທັບອິດສະຣາແອນນຳໃຊ້ລະເບີດ ໜັກເຂົ້າໃນການໂຈມຕີຢູ່ເຂດກາຊາຫຼາຍຄັ້ງ, ເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍເສຍຊີວິດ ແລະ ບາດເຈັບ, ອາດຈະໄດ້ລະເມີດຫຼັກການພື້ນຖານຂອງກົດໝາຍວ່າດ້ວຍສົງຄາມເທື່ອແລ້ວເທື່ອອີກ.

    ສຳນັກງານດັ່ງກ່າວຊີ້ໃຫ້ເຫັນວ່າ: ການເຄື່ອນໄຫວຫຼອນໂຈມຕີຂອງອິດສະຣາແອນອາດຈະໄດ້ລະເມີດຄວາມຮຽກຮ້ອງທີ່ໃຫ້ “ເລືອກຮູບແບບ ແລະ ວິທີສູ້ຮົບແບບຫຼີກລ່ຽງ ຫຼື ຢ່າງໜ້ອຍພະຍາຍາມຫຼຸດຜ່ອນການທຳຮ້າຍປະຊາຊົນ” ມາໂດຍຕະຫຼອດ.