ເຂດບໍລິການຢູ່ຕາມທາງດ່ວນຫຼາຍກວ່າ 95% ຂອງຈີນໄດ້ຕິດຕັ້ງອຸປະກອນສາກໄຟໃຫ້ລົດພະລັງງານໃໝ່

2024-06-21 15:08:56 cri

 

     ວັນທີ 21 ມິຖຸນານີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການພະລັງງານແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: ເຂດບໍລິການຢູ່ຕາມທາງດ່ວນຫຼາຍກວ່າ 95% ຂອງຈີນໄດ້ຕິດຕັ້ງອຸປະກອນສາກໄຟໃຫ້ລົດພະລັງງານໃໝ່, ເຊິ່ງກາຍເປັນລະບົບພື້ນຖານໂຄງລ່າງສາກໄຟທີ່ມີຈຳນວນຫຼາຍທີ່ສຸດ, ບໍລິເວນກວ້າງທີ່ສຸດ ແລະ ປະເພດອຸປະກອນສາກໄຟຫຼາຍທີ່ສຸດຢູ່ໃນໂລກ.

    ນອກຈາກນີ້ແລ້ວ,  ລັດຖະບານຈີນໄດ້ສຸມໃສ່ລົງທຶນສ້າງຕັ້ງໂຮງງານຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນເພື່ອຫຼຸດຜ່ອນຄວາມທຸກຍາກ, ແຕ່ລະປີ, ສາມາດສ້າງລາຍຮັບຈາກການຜະລິດໄຟຟ້າໄດ້ຈຳນວນປະມານ 18 ຕື້ຢວນ, ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ 4.150.000 ຄອບຄົວທີ່ໄດ້ລຶບລ້າງຄວາມທຸກຍາກແລ້ວ.