ການລົງທຶນຈາກຕ່າງປະເທດທົ່ວໂລກໃນປີ 2023 ແອລົງ

2024-06-21 11:47:17 CRI

    ວັນທີ 20 ມິຖຸນານີ້, ກອງປະຊຸມການຄ້າ ແລະ ການພັດທະນາອົງການສະຫະປະຊາຊາດໄດ້ປະກາດ “ບົດລາຍງານການລົງທຶນຂອງໂລກ”ສະບັບຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ການລົງທຶນຈາກຕ່າງປະເທດທົ່ວໂລກໃນປີ 2023 ໄດ້ຫຼຸດລົງຫຼາຍກວ່າ 10% ເປັນປີທີສອງຕິດຕໍ່ກັນ. ສາເຫດຕົ້ນຕໍແມ່ນຍ້ອນຈັງຫວະການເຕີບໂຕຂອງເສດຖະກິດໂລກຫຼຸດຕ່ຳລົງ ແລະ ສະພາບການເມືອງຢູ່ພາກພື້ນເຄັ່ງຕຶງຂຶ້ນ.


 

     ອີງຕາມຕົວເລກສະແດງໃຫ້ເຫັນວ່າ: ໃນປີ 2023 ຜ່ານມາ, ການລົງທຶນຈາກຕ່າງປະເທດໂດຍກົງທີ່ເຂົ້າສູ່ປະເທດພວມພັດທະນາມີມູນຄ່າ 867 ຕື້ໂດລາ ຫຼຸດລົງ 7%.


    ບົດລາຍງານໄດ້ເຈາະຈົງວ່າ: ທະວີບອາຊີໂດຍສະເພາະຢູ່ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສຽງໃຕ້ສືບຕໍ່ແມ່ນເຂດທີ່ຮັບເອົາການລົງທຶນຈາກຕ່າງປະເທດຫຼາຍທີ່ສຸດຢູ່ໃນໂລກ, ກວມເກືອບເຄິ່ງໜຶ່ງຂອງການລົງທຶນທັງໝົດ.