ໂຮງຮຽນມັດທະຍົມຊົນເຜົ່າໂກໂລ້ຊີນິງ ຕັ້ງຢູ່ຕີນພູ ຢວນໂຊ້ ທາງທິດເໜືອນະຄອນຊີນິງ ເທດສະບານແຂວງຊິງໄຫ ທາງພາກຕາເວັນຕົກສຽງເໜືອຂອງຈີນ, ອາຄານຕ່າງໆທີ່ມີຝາທາສີແດງ ຫຼັງຄາສີດຳ ເຊິ່ງເຕັມໄປດ້ວຍຄວາມລະລານຕະການຕາ,ມີເອກະລັກພິເສດແລະສວຍງາມຫຼາຍ.
ຕອນບ່າຍວັນທີ18ມິຖຸນາ2024, ທ່ານສີຈິ້ນຜິງໄດ້ເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງຊິງໄຫ, ບ່ອນທຳອິດທີ່ເພິ່ນເດີນທາງໄປຢ້ຽມຢາມນັ້ນກໍແມ່ນໂຮງຮຽນມັດທະຍົມແຫ່ງນີ້ເພື່ອຢື້ຢາມຖາມຂ່າວນັກຮຽນແລະຄູສອນທັງຫຼາຍ. ເພິ່ນຍັງໄດ້ເຂົ້າໄປກວດເບິ່ງໂຮງອາຫານ, ຫໍພັກແລະຫ້ອງຮຽນ, ເອົາໃຈໃສ່ເງືື່ອນໄຂການກິນດື່ມ, ການພັກເຊົາແລະການຮຽນຂອງນັກຮຽນທັງຫຼາຍ, ພ້ອມທັງຮັບຮູ້ສະພາບການກ່ຽວກັບທ້ອງຖິ່ນດັ່ງກ່າວລົງເລິກຊຸກຍູ້ການປະສານສົມທົບ ແລະຈັບຄູ່ຊ່ວຍເຫຼືອກັນດ້ານວຽກງານການສຶກສາລະຫວ່າງພາກຕາເວັນອອກກັບພາກຕາເວັນຕົກ ແລະອື່ນໆ.
ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດໂກໂລ້ເປັນເຂດແດນທີ່ສູງກວ່າລະດັບໜ້ານ້ຳທະເລຢ່າງຫຼວງຫຼາຍ, ດິນຟ້າອາກາດຮ້າຍແຮງ, ສິ່ງແວດລ້ອມຫຍຸ້ງຍາກລຳບາກຫຼາຍ. ການພັດທະນາວຽກງານການສຶກສາຂອງທ້ອງຖິ່ນແຫ່ງນີ້ເຄີຍຕົກຢູ່ໃນສະພາບຫຍຸ້ງຍາກ.
ຫົວໜ້າຫ້ອງການສຶກສາທິການກິ່ງແຂວງໂກໂລ້ໄດ້ຫວນຄືນຫຼັງວ່າ: “ການລົງທຶນດ້ານພື້ນຖານໂຄງລ່າງແມ່ນມີຈຳນວນຫຼາຍ, ແຕ່ບໍ່ສາມາດເສີມຂະຫຍາຍບົດບາດເທົ່າທີ່ຄວນຍ້ອນໄດ້ຮັບຜົນກະທົບຈາກເງື່ອນໄຂດ້ານດິນຟ້າອາກາດ, ຍົກເອົາເດິ່ນກິລາມາເປັນຕົວຢ່າງ, ຍ້ອນແດດກ້າບວກກັບອາກາດໜາວຈັດເຮັດໃຫ້ເດິ່ນກິລາທີ່ສ້າງສຳເລັດໄດ້ພຽງບໍ່ເທົ່າໃດປີກໍເປ່ເພເຕັມໄປດ້ວຍຂຸມນ້ອຍໃຫຍ່.” “ໂດຍສະເພາະຢູ່ຕາແສງທີ່ຫ່າງໄກສອກຫຼີກບາງແຫ່ງ, ຢ່າວ່າແຕ່ຄູສອນເລີຍ, ແມ່ນແຕ່ພໍ່ຄົວແລະຍາມກໍໄດ້ປ່ຽນຄົນໄປເປັນຫຼາຍຄັ້ງຕໍ່ປີ!”
ເພື່ອແກ້ໄຂບັນຫາຫຍຸ້ງຍາກດ້ານການໄປໂຮງຮຽນຂອງເດັກນ້ອຍຢູ່ເຂດກະສິກຳແລະລ້ຽງສັດຂອງທ້ອງຖິ່ນ, ພາຍໃຕ້ການຊ່ວຍເຫຼືອຂອງນະຄອນຊຽງໄຮ້, ໂຮງຮຽນມັດທະຍົມຊົນເຜົ່າໂກໂລ້ຊີນິງໄດ້ເລີ່ມລົງມືກໍ່ສ້າງເມື່ອວັນທີ21 ກໍລະກົດ 2017ຢູ່ນະຄອນຊີນິງ, ແລະໄດ້ເປີດຮຽນຢ່າງເປັນທາງການໃນວັນທີ1ກັນຍາປີ2019.
ນອກຈາກເດິ່ນກິລາທີ່ໄດ້ມາດຕະຖານ, ຫ້ອງຮຽນສາລະພັດສື່, ໂຮງອາຫານແລະຫໍພັກທີ່ກວ້າງໃຫຍ່ແລະສະອາດແລ້ວ, ຍັງມີຫໍສະໝຸດ, ຫ້ອງວິທະຍາສາດເຕັກນິກແລະອື່ນໆຕື່ມອີກ ຈາກນັ້ນມາ, ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດໂກໂລ້ໄດ້ມີໂຮງຮຽນເປັນຂອງຕົນເອງຢູ່ນະຄອນຊີນິງ, ນັກຮຽນທັງຫຼາຍຂອງໂກໂລ້ກໍມີ “ບ້ານໃໝ່” ທີ່ສາມາດຮ່ຳຮຽນໄດ້ຢ່າງສະບາຍໃຈ.
ປັດຈຸບັນ, ໂຮງຮຽນມັດທະຍົມຊົນເຜົ່າໂກໂລ້ຊີນິງໄດ້ບັນລຸເປົ້າໝາຍການນຳໃຊ້ຫຼັກສູດເອກະພາບແຫ່ງຊາດທັງໝົດ. ທາງໂຮງຮຽນໄດ້ຈັດຕັ້ງນັກຮຽນແລະຄູສອນທັງຫຼາຍໄປທັດສະນະສຶກສາຢູ່ນະຄອນຊຽງໄຮ້, ແຂວງຈ່ຽງຊູ ທາງພາກຕາເວັນອອກຂອງຈີນ ເພື່ອດຳເນີນກິດຈະກຳຕ່າງໆເຊັ່ນ: “ຮ່ວມຊົ່ວໂມງຮຽນດຽວກັນ” ເປັນຕົ້ນ ເຊິ່ງໄດ້ສົ່ງເສີມການແລກປ່ຽນແລະການເຊື່ອມສານຈິດໃຈລະຫວ່າງນັກຮຽນບັນດາເຜົ່າຢ່າງແຂງແຮງ.
ຈາກນີ້ຈຶ່ງເຫັນໄດ້ວ່າ: ໂຮງຮຽນແຫ່ງໜຶ່ງເຊື່ອມຕໍ່ສອງເຂດແຄວ້ນ, ຈຸດປະກາຍໃຫ້ແກ່ຄວາມໃຝ່ຝັນຂອງເດັກນ້ອຍທັງຫຼາຍຮຸ່ງແຈ້ງສະຫວ່າງຂຶ້ນ. ນີ້ຄືປະສິດທິຜົນຈາກນະໂຍບາຍກ່ຽວກັບການປະສານສົມທົບແລະຈັບຄູ່ຊ່ວຍເຫຼືອກັນດ້ານວຽກງານການສຶກສາລະຫວ່າງພາກຕາເວັນອອກກັບພາກຕາເວັນຕົກ.
ກ່ອນໜ້ານີ້ 20ກວ່າປີ, ພາຍໃຕ້ການຊຸກຍູ້ໂດຍວາງແຜນເປັນເອກະພາບກັນຂອງກະຊວງສຶກສາທິການ, ຈີນໄດ້ເລີ່ມປະຕິບັດວຽກງານກ່ຽວກັບເຂດພາກຕາເວັນອອກຈັບຄູ່ຊ່ວຍເຫຼືອເຂດພາກຕາເວັນຕົກພັດທະນາການສຶກສາ.
ເມື່ອ10ກວ່າປີກ່ອນ, 6ແຂວງແລະກຳແພງນະຄອນຄື: ນະຄອນຫຼວງປັກກິ່ງ, ກຳແພງນະຄອນທຽນສິນ, ກຳແພງນະຄອນຊຽງໄຮ້, ແຂວງຈ່ຽງຊູ, ແຂວງເຈີ້ຈ່ຽງ, ແຂວງຊ່ານຕົ່ງໄດ້ເລີ່ມເພີ່ມທະວີການຊ່ວຍເຫຼືອແຂວງຊິງໄຫຢ່າງບໍ່ຢຸດຢັ້ງ ເຊິ່ງເປັນການສະໜັບສະໜູນຢ່າງແຂງແຮງໃຫ້ກັບການພັດທະນາການສຶກສາຂອງແຂວງຊິງໄຫ.
“ຫ້ອງສະເພາະນັກຮຽນຕ່າງຖິ່ນ” ໄດ້ຊ່ວຍໃຫ້ເດັກນ້ອຍຊິງໄຫໄດ້ຮັບການສຶກສາທີ່ມີຄຸນນະພາບດີ. ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຈາກກະຊວງສຶກສາທິການກໍຄືບັນດາແຂວງແລະກຳແພງນະຄອນທີ່ກ່ຽວຂ້ອງ, ນັບມາຮອດເດືອນມີນາປີ2022, ໂຮງຮຽນຈຳນວນ17ແຫ່ງຂອງ10ແຂວງແລະກຳແພງນະຄອນໄດ້ຈັດໃຫ້ມີຫ້ອງມັດທະຍົມຕອນປາຍສຳລັບນັກຮຽນແຂວງຊິງໄຫ, ປັດຈຸບັນ ມີນັກຮຽນຫຼາຍກວ່າ4.000ຄົນກຳລັງຮຽນຢູ່ໂຮງຮຽນເຫຼົ່ານີ້. ນະຄອນຫຼວງປັກກິ່ງແລະກຳແພງນະຄອນຊຽງໄຮ້ຕ່າງໄດ້ສະໜັບສະໜູນການເສີມສ້າງໂຮງຮຽນມັດທະຍົມໄຫຕົ່ງຢວີ້ຊູ້ ແລະໂຮງຮຽນມັດທະຍາມຊີນິງໂກໂລ້ຂອງແຂວງຊິງໄຫ, ເຊິ່ງໄດ້ສ້າງສະພາບແວດລ້ອມດ້ານການຮຽນການສອນທີ່ມີຄຸນນະພາບດີໃຫ້ແກ່ນັກຮຽນເຜົ່າຕິເບດຂອງກິ່ງແຂວງແລະເມືອງຕ່າງໆຢູ່ສອງທ້ອງຖິ່ນດັ່ງກ່າວຫຼາຍກວ່າ2.000ຄົນ.
ເພື່ອຊ່ວຍສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດທີ່ປະຈຳຢູ່ເລີຍ ແລະມີຄວາມຊຳນິຊຳນານສູງໃຫ້ເຂດແຄວ້ນທີ່ເປັນຄູ່ປະສານງານ, ບັນດາທີມງານທີ່ຊ່ວຍເຫຼືອແຂວງຊິງໄຫໄດ້ອອກແຮງປະຕິບັດການຊ່ວຍເຫຼືອດ້ານການສຶກສາແບບ “ປະກອບເປັນໝູ່ຄະນະ” ເພື່ອຍົກລະດັບການສຶກສາຂອງທ້ອງຖິ່ນໃຫ້ສູງຂຶ້ນ.
ຕົວຢ່າງ: ແຕ່ລະປີ, ນະຄອນຊຽງໄຮ້ໄດ້ຈັດຕັ້ງໃຫ້ຄູຫຼັກແຫຼ່ງຂອງກິ່ງແຂວງໂກໂລ້ຈຳນວນ30ຄົນໄປຖອດຖອນບົດຮຽນແລະຝຶກອົບຮົມແບບປະຈຳການຢູ່ໂຮງຮຽນປະຖົມແລະມັດທະຍົມທີ່ກ່ຽວຂ້ອງຂອງຊຽງໄຮ້. ແຂວງເຈີ້ຈ່ຽງໄດ້ລົງເລິກປະຕິບັດມາດຕະການຊ່ວຍເຫຼືອແບບ “ຊ່ວຍເຫຼືອດ້ານສະຕິປັນຍາ+ແນວຄິດ+ ຈິດໃຈ”, ຈັດກິດຈະກຳຕ່າງໆເຊັ່ນ: ການສອນແບບສາທິດ, ການຟັງແລະປະເມີນຜົນການສອນທາງອ໋ອນລາຍແລະອອຟລາຍເປັນຕົ້ນ, ພ້ອມທັງໄດ້ຈັດຕັ້ງຄະນະຊ່ຽວຊານແລະຄູສອນຈຳນວນ 35 ຊຸດເດີນທາງໄປດຳເນີນການສອນຢູ່ກິ່ງແຂວງປົກຄອງຕົນເອງເຜົ່າມົງໂກນເຜົ່າຕິເບດໄຫຊີ່ຕາມລຳດັບ…
ນອກນີ້, ສະຖາບັນການສຶກສາຊັ້ນສູງຕ່າງໆຍັງປະສານສົມທົບເຫື່ອແຮງແລະສະຕິປັນຍານຳກັນເພື່ອຊ່ວຍເຫຼືອແຂວງຊິງໄຫ. ທຸກມື້ນີ້, ສະຖາບັນການສຶກສາຊັ້ນສູງຍັງສ້າງໃຫ້ມີຮູບແບບການຊ່ວຍເຫຼືອດ້ວຍການປະກອບເປັນໝູ່ຄະນະແບບ “ຫຼາຍຕໍ່ໜຶ່ງ”.ຕົວຢ່າງ, ມະຫາວິທະຍາໄລຊິງຮວາໄດ້ຮ່ວມສຳພັນກັບມະຫາວິທະຍາໄລ5ແຫ່ງເຊັ່ນ: ມະຫາວິທະຍາໄລຄົມມະນາຄົມຊຽງໄຮ້ເປັນຕົ້ນຈັບຄູ່ກັນຊ່ວຍເຫຼືອມະຫາວິທະຍາໄລຊິງໄຫ. ມະຫາວິທະຍາໄລສ້າງຄູປັກກິ່ງຮ່ວມສຳພັນກັບມະຫາວິທະຍາໄລສ້າງຄູສ້ານຊີ່, ມະຫາວິທະຍາໄລຊ່ານຕົ່ງ ແລະມະຫາວິທະຍາໄລລານໂຈ່ວຈັບຄູ່ກັນຊ່ວຍເຫຼືອມະຫາວິທະຍາໄລສ້າງຄູຊິງໄຫ. ມະຫາວິທະຍາໄລທຽນສິນຮ່ວມສຳພັນກັບມະຫາວິທະຍາໄລປະຊາຊົນຈີນ ແລະມະຫາວິທະຍາໄລເຊ້ຍເມີນຈັບຄູ່ກັນຊ່ວຍເຫຼືອມະຫາວິທະຍາໄລຊົນເຜົ່າຊິງໄຫ.
ການເອົາປາໃຫ້ບໍ່ທໍ່ການສອນວິທີຫາປາ. ຜ່ານຈາກການພັດທະນາມາເປັນເວລາ10ກວ່າປີ, ການຊ່ວຍເຫຼືອແຂວງຊິງໄຫດ້ານການສຶກສາພວມເກີດມີການຫັນປ່ຽນຈາກການຊ່ວຍເຫຼືອດ້ານເງິນທຶນໄປສູ່ ການຊ່ວຍເຫຼືອດ້ານສະຕິປັນຍາ, ຈາກການຊ່ວຍເຫຼືອແບບ“ການໃຫ້ເລືອດ” ໄປສູ່ ການຊ່ວຍເຫຼືອແບບ “ການຜະລິດເລືອດ”, ຈາກການຊ່ວຍເຫຼືອແບບຮູບການດຽວ ໄປສູ່ ການຊ່ວຍເຫຼືອແບບ “ປະກອບເປັນໝູ່ຄະນະ”.
ທ່ານສີຈິ້ນຜິງເຄີຍເຮັດວຽກແລະດຳລົງຊີວິດຢູ່ເຂດພາກຕາເວັນຕົກ, ຈຶ່ງຮູ້ດີວ່າ ເດັກນ້ອຍຢູ່ທີ່ແຫ່ງນັ້ນມີຄວາມປາດຖະໜາຢ່າງແຮງກ້າຢາກມີຄວາມຮູ້ ແລະການພັດທະນາຢູ່ທີ່ແຫ່ງນັ້ນຕ້ອງການຜູ້ມີຄວາມຮູ້ຄວາມສາມາດ.
ໃນໄລຍະດຳລົງຕຳແໜ່ງເປັນເລຂາຄະນະພັກແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງເຄີຍເຂົ້າຮ່ວມພິທີວາງສີລາລືກສ້າງໂຮງຮຽນປະຖົມຈື່ຈ່ຽງທີ່ແຂວງເຈີ້ຈ່ຽງຈັບຄູ່ຊ່ວຍສ້າງຢູ່ເມືອງເຈ່ຍຫຼິງນະຄອນນານຊົ່ງແຂວງເສສວນ. ກ່ອນວັນເດັກນ້ອຍສາກົນ ທີ1 ມິຖຸນາ2024ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ຕອບຄືນຈົດໝາຍນັກຮຽນຂອງໂຮງຮຽນປະຖົມແຫ່ງນີ້ ເຊິ່ງເນື້ອໃນຈົດໝາຍລະບຸວ່າ: “ເມື່ອໄດ້ຮູ້ວ່າ ໃນຫຼາຍປີຜ່ານມານີ້, ໂຮງຮຽນແຫ່ງນີ້ພັດທະນານັບມື້ນັບດີຂຶ້ນ, ຫຼານນ້ອຍນັກຮຽນທັງຫຼາຍດຸໝັ່ນຮ່ຳຮຽນ, ຮັກການອອກແຮງງານ, ເຕີບໃຫຍ່ຢ່າງປອດໃສແລະເບີກບານມ່ວນຊື່ນ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ສຸດ.”
ໃນເວລາລົງເຄື່ອນໄຫວຢ້ຽມຢາມໂຮງຮຽນມັດທະຍົມຊົນເຜົ່າໂກໂລ້ຊີນິງເທື່ອນີ້, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໂຮງອາຫານຂອງໂຮງຮຽນ, ຊີ້ນຳໃຫ້ພະນັກງານໂຮງອາຫານຕ້ອງຮັບປະກັນຄວາມປອດໄພດ້ານອາຫານການກິນ ແລະ ຮັບປະກັນໃຫ້ນັກຮຽນສາມາດກິນອາຫານທັງແຊບທັງມີໂພຊະນາການ.ເພິ່ນຍັງໄດ້ໄປເບິ່ງການຮຽນການສອນວິຊາການເມືອງແນວຄິດ ພ້ອມທັງໂອ້ລົມສົນທະນາກັບນັກຮຽນທັງຫຼາຍຢ່າງສະໜິດສະໜົມ.
ທີ່ເດີ່ນກິລາຢູ່ຕໍ່ໜ້າອາຄານຮຽນ, ທ່ານສີຈິ້ນຜິງໄດ້ຝາກຄວາມຫວັງໄວ້ນຳນັກຮຽນທັງຫຼາຍວ່າ: “ຫວັງວ່າຫຼານນ້ອຍທັງຫຼາຍຈະທະໜຸຖະໜອມເງື່ອນໄຂທີ່ດີຢູ່ທີ່ແຫ່ງນີ້, ມີຄວາມຮູ້ບຸນຄຸນ, ດຸໝັ່ນຮ່ຳຮຽນໃຫ້ດີ, ພັດທະນາຢ່າງຮອບດ້ານທັງຄຸນສົມບັດ, ປັນຍາ, ພາລະ, ສິລະປະແລະ ແຮງງານ, ຕັ້ງອຸດົມການສ້າງຕົນເອງໃຫ້ກາຍເປັນຜູ້ສືບທອດແລະຜູ້ສ້າງສາພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.”
ແນວພັນແຫ່ງຄວາມຫວັງໄດ້ແຕກຮາກຈໍ່ແໜງຢູ່ເຂດພາກຕາເວັນຕົກ. ໂດຍໄດ້ຮັບຜົນປະໂຫຍດຈາກນະໂຍບາຍກ່ຽວກັບພາກຕາເວັນອອກແລະພາກຕາເວັນຕົກປະສານສົມທົບກັນພັດທະນາການສຶກສາ, ເດັກນ້ອຍທຸກຄົນຕ່າງກໍສາມາດໄດ້ຮັບການສຶກສາທີ່ຍຸຕິທຳກວ່າເກົ່າແລະມີຄຸນນະພາບສູງກວ່າເກົ່າ, ຕ່າງກໍມີໂອກາດທີ່ສ້າງຊີວິດຂອງຕົນໃຫ້ມີຄຸນຄ່າ.