ຈີນສົ່ງອຸປະກອນກິລາງວດທີ່ມີຈຳນວນຫຼາຍທີ່ສຸດໃຫ້ແກ່ຄະນະກຳມະການໂອລິມປິກສາກົນ

2024-06-21 15:33:15 cri

 

    ວັນທີ 21 ມິຖຸນານີ້, ອຸປະກອນກິລາ 1.116 ຊຸດ ລວມມີເຄື່ອງນຸ່ງ, ເກີບ, ກະເປົາ ແລະ ຫີບເປັນຕົ້ນທີ່ຜະລິດໂດຍຈີນໄດ້ສົ່ງອອກຢ່າງສະດວກສະບາຍ, ຈະອຳນວຍຄວາມສະດວກໃຫ້ແກ່ຄະນະກຳມະການໂອລິມປິກສາກົນ ແລະ ພະນັກງານໃຊ້ໃນໄລຍະຈັດງານກິລາໂອລິມປິກປາຣີຢູ່ປະເທດຝຣັ່ງ. ອຸປະກອນດັ່ງກ່າວແມ່ນງວດທີ່ມີຈຳນວນຫຼາຍທີ່ສຸດ ທັງແມ່ນງວດສຸດທ້າຍທີ່ຈີນສົ່ງໃຫ້ແກ່ຄະນະກຳມະການໂອລິມປິກສາກົນໃນງານກິລາໂອລິມປິກຄັ້ງນີ້.