ຈີນທວງໃຫ້ປະເທດທີ່ກ່ຽວຂ້ອງຕ້ອງຈິງໃຈສຳຫຼວດຕົນເອງ, ລຶບລ້າງຕົ້ນເຫດການເກີດບັນຫາຊາວອົບພະຍົບຢ່າງແທ້ຈິງ

2024-06-21 11:37:36 cri


    ວັນທີ 20 ມິຖຸນານີ້ ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບອົງການສະຫະປະຊາຊາດເພື່ອ ຊາວອົບພະຍົບ ໄດ້ປະກາດ “ບົດລາຍງານທ່ວງທ່າທົ່ວໂລກປີ 2024” ໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ຈຳນວນຜູ້ທີ່ບໍ່ມີບ່ອນເພິ່ງພາອາໄສແລະອົບພະຍົບຢູ່ໃນທົ່ວໂລກໃນປີ2023ໄດ້ເພີ່ມຫຼາຍຂຶ້ນ, ນັບມາຮອດເດືອນພຶດສະພາປີ2024, ຍອດຈຳນວນຄົນກຸ່ມນີ້ເພີ່ມຂຶ້ນຮອດ120ລ້ານຄົນກາຍເປັນສະຖິຕິສູງສຸດໃນປະຫວັດສາດ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

   ທ່ານລີນຈ້ຽນຕອບວ່າ: ສາເຫດທີ່ເກີດບັນຫາຊາວອົບພະຍົບຂຶ້ນແມ່ນຍ້ອນພາກພື້ນບໍ່ມີຄວາມໝັ້ນທ່ຽງ, ການພັດທະນາບໍ່ກ້ຳເກີ່ງກັນ. ຢູ່ອັຟການິດສະຖານ ແລະ ຊີຣີ, ວິກິດການຊາວອົບພະຍົບຈາກສົງຄາມທີ່ເກີດຂຶ້ນຍ້ອນຈຸດປະສົງທີ່ຕ່າງກັນບໍ່ທັນໄດ້ຮັບການແກ້ໄຂໃຫ້ຕົກໄປເທື່ອ, ຄວາມໂສກເສົ້າແລະວິກິດການດ້ານມະນຸດສະທຳຍ້ອນການປະທະກັນຢູ່ເຂດກາຊາຮອບນີ້ຍິ່ງສະເທືອນໃຈແຮງ. ການບັນລຸການຢຸດຍິງແລະກອບກູ້ຊີວິດແມ່ນສຽງຮຽກຮ້ອງທີ່ແຂງແຮງຈາກປະຊາຄົມໂລກແລະເປັນຄວາມຕ້ອງການຮີບດ່ວນທີ່ສຸດໃນປັດຈຸບັນ.

    ບັນຫາຊາວອົບພະຍົບແມ່ນບັນຫາທົ່ວໂລກ, ຕ້ອງການໃຫ້ປະຊາຄົມໂລກຮ່ວມກັນຮັບມືແກ້ໄຂ, ຖ້າວ່າປະເທດຈຳນວນໜຶ່ງຍັງຍຶດໝັ້ນແນວຄິດມະຫາອຳນາດ, ແຊກແຊງປະເທດອື່ນດ້ວຍກຳລັງອາວຸດ ແລະສວຍໂອກາດຍາດເອົາຜົນປະໂຫຍດຈາກສົງຄາມ, ບັນຫາຊາວອົບພະຍົບກໍຈະບໍ່ສາມາດໄດ້ຮັບການແກ້ໄຂ ຢ່າງແທ້ຈິງ. ພວກເຮົາທວງໃຫ້ປະເທດທີ່ກ່ຽວຂ້ອງຕ້ອງຈິງໃຈສຳຫຼວດຕົນເອງ, ລຶບລ້າງຕົ້ນເຫດການເກີດບັນຫາຊາວອົບພະຍົບຢ່າງແທ້ຈິງ, ແບກຫາບໜ້າທີ່ຄວາມຮັບຜິດຊອບຂອງຕົນໃນບັນຫາຊາວອົບພະຍົບ.