ຈີນ ແລະ ມະເລເຊຍແກ່ຍາວນະໂຍບາຍຍົກເວັ້ນວິຊາໃຫ້ກັນແລະກັນ

2024-06-21 11:42:38 CRI

    ວັນທີ 20 ມິຖຸນານີ້, ຈີນ ແລະ ມະເລເຊຍໄດ້ປະກາດ “ຖະແຫຼງການຮ່ວມລະຫວ່າງລັດຖະບານສປຈີນ ແລະ ລັດຖະບານມະເລເຊຍວ່າດ້ວຍການລົງເລິກຍົກສູງລະດັບການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານການສ້າງປະຊາຄົມຮ່ວມຊາຕາກຳຈີນ-ມະເລເຊຍຮ່ວມກັນ”.



    ຖະແຫຼງການລະບຸວ່າ: ຈີນເຫັນດີແກ່ຍາວນະໂຍບາຍຍົກເວັ້ນວິຊາໃຫ້ພົນລະເມືອງມະເລເຊຍຮອດທ້າຍປີ 2025, ສ່ວນມະເລເຊຍກໍ່ແກ່ຍາວນະໂຍບາຍຍົກເວັ້ນວິຊາໃຫ້ພົນລະເມືອງຈີນຮອດທ້າຍປີ 2026 ເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.