ທ່ານກູເຕີເລັສຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເພີ່ມທະວີການປ້ອງກັນແລະສະໜັບສະໜູນຊາວອົບພະຍົບ

2024-06-21 11:30:58 cri


   ວັນທີ 20 ມິຖຸນານີ້, ທ່ານ ອັນໂຕນີໂອ ກູເຕີເລັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄຳປາໄສຜ່ານທາງວີດີໂອໃນໂອກາດວັນຊາວອົບພະຍົບໂລກ ໂດຍໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເພີ່ມທະວີການປ້ອງກັນແລະສະໜັບສະໜູນຊາວອົບພະຍົບ.

   ທ່ານກູເຕີເລັສກ່າວວ່າ: ການປະທະກັນ, ຄວາມວຸ້ນວາຍ ແລະໄພທຳມະຊາດເປັນຕົ້ນ ໄດ້ເຮັດໃຫ້ປະຊາຊົນຈຳເປັນຕ້ອງໜີໄກຈາກບ້ານເກີດເມືອງນອນມີຈຳນວນຫຼາຍ ກາຍເປັນສະຖິຕິໃໝ່, ເຊິ່ງໄດ້ເພີ່ມຄວາມຍາກລຳບາກທີ່ໜັກໜ່ວງໃຫ້ແກ່ມວນມະນຸດ.

   ທ່ານກູເຕີເລັສກ່າວຕື່ມວ່າ: ການແກ້ໄຂບັນຫາຊາວອົບພະຍົບຕ້ອງການໃຫ້ທົ່ວໂລກສາມັກຄີກັນ, ຂະນະດຽວກັນ ຊາວອົບພະຍົບຕ້ອງມີຄວາມສາມາດໃນການສ້າງສາຄືນໃໝ່ເຮັດໃຫ້ຊີວິດຂອງຕົນມີກຽດສັກສີ. ຊາວອົບພະຍົບໜຸ່ມຕ້ອງບັນລຸຄວາມໃຝ່ຝັນຂອງຕົນດ້ວຍການສຶກສາທີ່ດີເລີດ, ປະເທດທີ່ຮັບເອົາຊາວອົບພະຍົບຕ້ອງການການສະໜັບສະໜູນແລະຊັບພະຍາກອນ ເພື່ອໃຫ້ຊາວອົບພະຍົບສາມາດເຊື່ອມໂຍງເຂົ້າກັບສັງຄົມແລະເສດຖະກິດຂອງປະເທດຕົນຢ່າງເຕັມທີ່.

   ທ່ານກູເຕີເລັສໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເສີມຂະຫຍາຍໜ້າທີ່ຄວາມຮັບຜິດຊອບທີ່ສະໜອງຄວາມຊ່ວຍເຫຼືອໃຫ້ແກ່ຊາວອົບພະຍົບ, ແກ້ໄຂການປະທະກັນໃຫ້ໄດ້ໃນທີ່ສຸດ, ເຮັດໃຫ້ຊາວອົບພະຍົບສາມາດກັບຄືນບ້ານເກີດເມືອງນອນຂອງຕົນ.