
ວັນທີ 20 ມິຖຸນານີ້, ທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍໄດ້ໃຫ້ສຳພາດຕໍ່ສື່ມວນຊົນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມວ່າ: ຣັດເຊຍກຳລັງຕິດຕາມການປ່ຽນແປງຂອງສະຖານະການດ້ານຄວາມໝັ້ນຄົງທົ່ວໂລກ, ກອງທັບຣັດເຊຍໄດ້ກຽມພ້ອມແລ້ວທີ່ຈະຮັບມືກັບການປ່ຽນແປງຂອງທຸກສະຖານະການທີ່ອາດຈະເກີດຂຶ້ນ, ກຳລັງອາວຸດນິວເຄລຍຂອງຣັດເຊຍແມ່ນຢູ່ໃນພາວະກຽມສູ້ຮົບຕະຫຼອດມາ.
ທ່ານປູຕີນກ່າວຕື່ມວ່າ: ການເຄື່ອນໄຫວພິເສດທາງການທະຫານຂອງຣັດເຊຍຈະບໍ່ສະແຫວງຫາການຊ່ວຍເຫຼືອຈາກຝ່າຍໃດໆ, ອາເມຣິກາແລະປະເທດເອີຣົບຍອມໃຊ້ຄວາມເສຍຫາຍທຸກຢ່າງທີ່ຊຸກຍູ້ໃຫ້ອູແກຣນຕໍ່ສູ້ກັບຣັດເຊຍ, ເຊິ່ງຈະເຮັດໃຫ້ອາເມຣິກາມີຜົນເສຍທາງດ້ານຍຸດທະສາດ.