ຈີນ:ອາເມຣິກາຊູຊີ “ຊ່ວຍໄຕ້ຫວັນເປັນເອກະລາດດ້ວຍກຳລັງອາວຸດ” ຍ່ອມຈະຈູດໄຟເຜົາຕົນເອງ ແລະ ຫົ້ຼມແຫຼວໃນທີ່ສຸດ

2024-06-21 11:35:28 CRI

    ວັນທີ 20 ມິຖຸນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ກົມການຮ່ວມມືຄວາມໝັ້ນຄົງດ້ານການປ້ອງກັນປະເທດຂອງກະຊວງປ້ອງກັນປະເທດອາເມຣິກາໄດ້ອອກຖະແຫຼງການວ່າ: ກະຊວງການຕ່າງປະເທດອາເມຣິກາໄດ້ອະນຸຍາດຂາຍອາວຸດ ແລະ ອຸປະກອນທີ່ກ່ຽວຂ້ອງມູນຄ່າປະມານ 360 ລ້ານໂດລາໂດຍແບ່ງເປັນສອງງວດໃຫ້ກັບໄຕ້ຫວັນ ພ້ອມທັງຈະສະໜອງການເຝິກອົບຮົມໃຫ້, ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?



    ທ່ານລີນຈ້ຽນຕອບວ່າ: ອາເມຣິກາຂາຍອາວຸດໃຫ້ກັບໄຕ້ຫວັນລຽນຕິດ, ສະພາບຕົວຈິງໄດ້ຢືນຢັນໃຫ້ເຫັນແລ້ວວ່າ, ໄພຂົ່ມຂູ່ໃຫຍ່ທີ່ສຸດຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນພ້ອມດ້ວຍ ການທຳລາຍໃຫຍ່ທີ່ສຸດຕໍ່ສະພາບປັດຈຸບັນຢູ່ຊ່ອງແຄບໄຕ້ຫວັນແມ່ນການກະທຳຂອງອິດທິກຳລັງທີ່ຢາກແບ່ງແຍກ “ໃຫ້ໄຕ້ຫວັນເປັນເອກະລາດ”ແລະ  ການສະໜັບສະໜູນຈາກອິດທິກຳລັງພາຍນອກທີ່ນຳໂດຍອາເມຣິກາ. ເຈົ້າໜ້າທີ່ພັກມິນຈິ້ນຫວັງ “ໃຫ້ໄຕ້ຫວັນເປັນເອກະລາດດ້ວຍກຳລັງອາວຸດ”, ອາເມຣິກາຊູຊີ“ຊ່ວຍໄຕ້ຫວັນເປັນເອກະລາດດ້ວຍກຳລັງອາວຸດ” ຍ່ອມຈະຈູດໄຟເຜົາຕົນເອງ, ສ້າງຜົນຮ້າຍຕໍ່ຕົນເອງ ແລະ ປະສົບຄວາມຫຼົ້ມແຫຼວໃນທີ່ສຸດ.

 

     ທ່ານລີນຈ້ຽນກ່າວຕື່ມວ່າ: ບັນຫາໄຕ້ຫວັນເປັນແກນກາງໃນຜົນປະໂຫຍດແກນກາງຂອງປະເທດຈີນ, ເປັນເສັ້ນແດງທີ່ລ່ວງຂ້າມບໍ່ໄດ້ສາຍທີໜຶ່ງສຳລັບການພົວພັນຈີນ-ອາເມຣິກາ. ບຸກຄົນໃດໆຢ່າໄດ້ປະເມີນຕ່ຳຕໍ່ຈິດໃຈອັນເດັດຂາດ ແລະ ຄວາມສາມາດອັນເຂັ້ມແຂງຂອງຈີນທີ່ຄັດຄ້ານ “ໃຫ້ໄຕ້ຫວັນເປັນເອກະລາດ”, ຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕົນ.