ຣັດເຊຍ ກັບ ຫວຽດນາມຮັບຮອງຖະແຫຼງການຮ່ວມວ່າດ້ວຍການລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດ

2024-06-21 11:39:24 CRI

    ວັນທີ 20 ມິຖຸນານີ້, ທ່ານໂຕເລິ່ມ ປະທານປະເທດຫວຽດນາມແລະ ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ຮ່ວມກັນຈັດກອງປະຊຸມຖະແຫຼງຂ່າວ, ໂດຍປະກາດວ່າ ສອງຝ່ານຍໄດ້ຮັບຮອງຖະແຫຼງການຮ່ວມວ່າດ້ວຍການລົງເລິກການພົວພັນຄູ່່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດ.



    ຖະແຫຼງການລະບຸວ່າ: ສອງຝ່າຍເຫັນດີ ບົນພື້ນຖານທີ່ໄວ້ເນື້ອເຊື່ອໃຈກັນ, ສະເໝີພາບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ບໍ່ແຊກແຊງວຽກງານພາຍໃນຂອງກັນແລະກັນ, ອີງຕາມ ຫຼັກການພື້ນຖານຂອງ“ກົດບັດອົງການສະຫະປະຊາຊາດ” ແລະ ກົດໝາຍສາກົນ,ເພີ່ມທະວີການພົວພັນ, ສອງຝ່າຍເຫັນດີຈະຄົ້ນຄວ້າ ແລະ ເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ພະລັງງານໃໝ່, ພະລັງງານສະອາດ, ການຫັນເປັນສີຂຽວ ແລະ ການພັດທະນາແບບຍືນຍົງ.ສອງຝ່າຍເຫັນດີບົນພື້ນຖານກົດໝາຍສາກົນ ແລະ ປະເພນີສາກົນ,ຊຸກຍູ້ການຮ່ວມມືໃນດ້ານການປ້ອງກັນຊາດ ແລະ ຄວາມໝັ້ນຄົງ.