ບຸກຄົນໃນວົງການຕ່າງໆຂອງຈີເລຄອງຄອຍເຂົ້າເປັນສະມາຊິກ RCEP

2024-06-22 15:42:30 cri

 

    ຫວ່າງມໍ່ໆມານີ້, ຈີເລໄດ້ຍື່ນຄຳຮ້ອງຂໍເຂົ້າເປັນສະມາຊິກສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ຢ່າງເປັນທາງການ ເຊິ່ງໄດ້ຮັບຜົນຕອບຮັບຢ່າງກວ້າງຂວາງພາຍໃນປະເທດ.

    ບຸກຄົນໃນວົງການຕ່າງໆຈີເລກ່າວວ່າ: ການເຂົ້າເປັນສະມາຊິກ RCEP ຈະສ້າງໂອກາດໃໝ່ມາໃຫ້ແກ່ການສົ່ງອອກຂອງຈີເລ ແລະ ຄອງຄອຍສາມາດກາຍເປັນປະເທດອາເມຣິກາ-ລາຕິນປະເທດທຳອິດທີ່ເຂົ້າເປັນສະມາຊິກ RCEP.

    ເລຂາທິການໃຫຍ່ຂອງສະຫະພັນອຸດສາຫະກຳທົ່ວປະເທດຈີເລກ່າວວ່າ: RCEP ແມ່ນສັນຍາການຄ້າເສລີທີ່ມີຂະໜາດດ້ານເສດຖະກິດການຄ້າໃຫຍ່ທີ່ສຸດໃນທົ່ວໂລກ, ໄດ້ກວມ 1 ສ່ວນ 3 ຂອງປະຊາກອນ, ລວມຍອດເສດຖະກິດ ແລະ ຍອດມູນຄ່າການຄ້າໃນທົ່ວໂລກ. ການເຂົ້າເປັນສະມາຊິກ RCEP ບໍ່ພຽງແຕ່ສາມາດຊຸກຍູ້ການແລກປ່ຽນສອງຝ່າຍລະຫວ່າງຈີເລ ກັບ ປະເທດທີ່ຍັງບໍ່ທັນໄດ້ບັນລຸສັນຍາການຄ້າ ແລະ ອຳນວຍໂອາກາດອັນສຳຄັນໃຫ້ແກ່ການຄ້າລະຫວ່າງຈີເລ ກັບ ອາຊີອາຄະເນເທົ່ານັ້ນ, ຍັງຈະມີບົດບາດອັນຕັ້ງໜ້າຕໍ່ຈີເລໃນການເຊື່ອມໂຍງເຂົ້າໃນຕ່ອງໂສ້ຄຸນຄ່າທົ່ວໂລກອີກດ້ວຍ.