ນອກແວນ, ຊູແອັດແລະແຟັງລັງຈະສ້າງແລວລຳລຽງຂົນສົ່ງທາງການທະຫານຂ້າມຜ່ານສາມປະເທດ

2024-06-22 16:38:32 cri


   ຕົ້ນເດືອນມິຖຸນານີ້ ໜັງສືພິມ The Daily Telegraph ຂອງອັງກິດໄດ້ນຳເອົາຄວາມເວົ້າຂອງບຸກຄົນຜູ້ສັນທັດກໍລະນີມາລາຍງານວ່າ: ປັດຈຸບັນ ອົງການສົນທິສັນຍາອັດລັງຕິກເໜືອ ຫຼື ນາໂຕໄດ້ວາງແຜນ “ແລວທາງບົກ” 5ສາຍ, ຕາມໃດເກີດສົງຄາມທາງບົກຢ່າງຂະໜາດໃຫຍ່ກັບຣັດເຊຍຢູ່ເອີຣົບແລ້ວ, ຈະໃຊ້ແລວເຫຼົ່ານີ້ ເພື່ອຂົນສົ່ງທະຫານແລະອາວຸດຍຸດໂທປະກອນຂອງອາເມຣິກາໄປແນວໜ້າທາງຕາເວັນອອກໂດຍໄວ.

   ວັນທີ 20 ມິຖຸນານີ້, ນອກແວນ, ຊູແອັດແລະແຟັງລັງໄດ້ອອກຖະແຫຼງການວ່າ: ສາມປະເທດຢູ່ເອີຣົບເໜືອໄດ້ເຫັນດີສ້າງແລວລຳລຽງທາງການທະຫານຂ້າມຜ່ານເຂດພາກເໜືອຂອງສາມປະເທດ, ເພື່ອຮັບປະກັນໃຫ້ບຸກຄົນທາງການທະຫານແລະອາວຸດຍຸດໂທປະກອນສາມາດຈາກທ່າເຮືອຂອງນອກແວ ຂ້າມຜ່ານຊູແອັດ ແລ້ວໄປຮອດແຟັງລັງໂດຍໄວ.