ຈີນເດັດດ່ຽວຄັດຄ້ານການລົງໂທດແຕ່ຝ່າຍດຽວທີ່ບໍ່ມີຫຼັກອ້າງອີງທາງດ້ານກົດໝາຍສາກົນ

2024-06-22 16:39:41 cri


    ວັນທີ 21 ມິຖຸນານີ້ ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.

   ໃນເວລາຕອບຄຳຖາມກ່ຽວກັບຍີ່ປຸ່ນດຳເນີນການລົງໂທດແຕ່ຝ່າຍດຽວຢ່າງຜິດກົດໝາຍສາກົນແບບທົ່ວທີບ, ທ່ານລີນຈ້ຽນກ່າວວ່າ: ຈີນເດັດດ່ຽວຄັດຄ້ານການລົງໂທດແຕ່ຝ່າຍດຽວທີ່ບໍ່ມີຫຼັກອ້າງອີງທາງດ້ານກົດໝາຍສາກົນ, ຈີນແມ່ນດຳເນີນການຮ່ວມມືທາງເສດຖະກິດການຄ້າທີ່ເປັນປົກກະຕິກັບຣັດເຊຍບົນພື້ນຖານສະເໝີພາບແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ນີ້ແມ່ນສິດທີ່ຊອບດ້ວຍກົດໝາຍຂອງຈີນ, ບໍ່ອະນຸຍາດໃຫ້ຝ່າຍໃດພາຍນອກມາລົບກວນແລະທຳລາຍ. ຍີ່ປຸ່ນບໍ່ເອົາຫົວຊານຳຫຼັກໝັ້ນທີ່ເຄັ່ງຂຶມຂອງຈີນ, ຊູຊີປະຕິບັດຕາມບາງປະເທດທີ່ໃຊ້ການລົງໂທດແຕ່ຝ່າຍດຽວຢ່າງຜິດກົດໝາຍສາກົນ, ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງແລະການຄັດຄ້ານຢ່າງເດັດດ່ຽວຕໍ່ກັບເລື່ອງນີ້. ຈີນຈະໃຊ້ມາດຕະການອັນຈຳເປັນທຸກຢ່າງ ເພື່ອປົກປ້ອງສິດເປັນທຳທີ່ຊອບດ້ວຍກົດໝາຍຂອງຕົນຢ່າງເດັດຂາດ.